ໝູຢໍ່ປ້າລີ” ເປີດໂຮງງານໃໝ່ກຽມຄວາມພ້ອມສົ່ງອອກຕ່າງປະເທດ

ເພື່ອຕອບສະໜອງຄວາມຕ້ອງການລູກຄ້າທົ່ວເຖິງເປັນການຂະຫຍາຍການຕະຫຼາດໃຫ້ກວ້າງຂຶ້ນ ແລະກຽມຄວາມພ້ອມໃນການສົ່ງອອກໄປຕ່າງປະເທດ “ໝູຢໍ່ປ້າລີ” ຈຶ່ງຕັດສິນໃຈ ສ້າງໂຮງງານຂຶ້ນມາໃໝ່ ທີ່ທັງໃຫຍ່ສາມາດສ້າງຜະລິດຕະພັນອອກມາບໍ່ຕ່ຳກວ່າ 1-1,5 ໂຕນຕໍ່ມື້ ພ້ອມທັງຮັບປະກັນໄດ້ໃນເລື່ອງຂອງຄວາມສະອາດ, ຖືກຫຼັກອານາໄມໂດຍໂຮງງານຜະລິດໝູຢໍ່ປ້າລີ ແຫ່ງນີ້ແມ່ນໄດ້ເປີດເປັນທາງການໃນວັນທີ 30 ພຶດສະພາ 2023 ຢູ່ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ວັນນະລັກ ຈັນທະວົງ (ອັອດດີ້) ຜູ້ບໍລິຫານໂຮງງານໝູຢໍ່ປ້າລີ ກ່າວວ່າ: ເມື່ອກ່ອນການເຮັດທຸລະກິດຂອງໝູຢໍ່ປ້າລີ ຈະເຮັດໃນລັກສະນະແບບຄອບຄົວໂດຍໃນເບື້ອງຕົ້ນແມ່ນສາມາດຜະລິດໝູຢໍ່ອອກມາໄດ້ພຽງແຕ່ 10-20 ເທົ່ານັ້ນ!ໂດຍໄດ້ມີການພັດທະນາສູດຂຶ້ນມາເພື່ອໃຫ້ຖືກປາກຂອງຜູ້ບໍລິໂພກ ແລະໄດ້ມີການຂະຫຍາຍຕະຫຼາດອອກມາເລື້ອຍໆ ຈົນເຮັດໃຫ້ກຳລັງການຜະລິດສູງຂຶ້ນເຊິ່ງກ່ອນໜ້າທີ່ເຮົາຈະສ້າງໂຮງງານຂຶ້ນມາແມ່ນສາມາດຜະລິດໄດ້ 400-500 ກິໂລຕໍ່ມື້, ແຕ່ມັນກໍຍັງບໍ່ທັນພຽງພໍ່ກັບຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ. ດັ່ງນັ້ນ, ພວກເຮົາຈຶ່ງຕັດສິນໃຈສ້າງຕັ້ງໂຮງງານແຫ່ງນີ້ຂຶ້ນມາ.

ນອກຈາກນີ້, ການສ້າງໂຮງງານຂຶ້ນມາແມ່ນເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດທີ່ຢາກໃຫ້ໂຮງງານຂອງພວກເຮົາຜະລິດໝູຢໍ່ພາຍໃຕ້ແບຣນຂອງລູກຄ້າເອງ ແລະພາຍໃຕ້ແບຣນຂອງເຮົາເອງນຳເຊິ່ງກ່ອນໜ້າທີ່ຈະເປີດໂຮງງານແຫ່ງນີ້ກໍໄດ້ໄປປຶກສາກັບຫຼາຍໆບ່ອນໃນເລື່ອງການສ້າງໂຮງງານວ່າມີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກຫຍັງແດ່.

ໃນເມື່ອຜະລິດຕະພັນຂອງເຮົາໄດ້ຮັບການຍົກມາດຕະຖານຂຶ້ນແລ້ວແມ່ນເຮົາຈະແນໃສ່ໃນເລື່ອງຂອງການສົ່ງອອກເປັນຫຼັກໂດຍສະເພາະແມ່ນຕະຫຼາດໃນປະເທດອ້ອມຂ້າງເຊິ່ງມາດຕະຖານທີ່ພວກເຮົາຈະໃຊ້ແມ່ນມາດຕະຖານ GMP ທີ່ກຳລັງກະກຽມສະໝັກໃນໄວໆ ນີ້.

ໃນປັດຈຸບັນພວກເຮົາຮັບປະກັນໄດ້ວ່າໂຮງງານຜະລິດ “ໝູຢໍ່ປ້າລີ” ສາມາດຜະລິດໝູຢໍ່ໄດ້ 1-1,5 ໂຕນຕໍ່ມື້ ແລະເຮົາສາມາດຮັບຊື້ວັດຖຸດິບຕ່າງໆຈາກຕະຫຼາດພາຍໃນ ແລະຕ່າງປະເທດພ້ອມທັງເຄື່ອງປຸງຕ່າງໆເຮົາກໍຈະພະຍາຍາມຊົມໃຊ້ຂອງຄົນລາວເຮົາເອງເກືອບທັງໝົດ, ນອກຈາກນີ້, ໂຮງງານຂອງພວກເຮົາແມ່ນໃຊ້ແຮງງານຄົນລາວ 100% ເພື່ອເປັນການສົ່ງເສີມກົນໄກການຕະຫຼາດຕ່າງໆ ພາຍໃນປະເທດເຮົາຫຼາຍຂຶ້ນ.

ສຳລັບຜະລິດຕະພັນ ໝູຢໍ່ປ້າລີ ປັດຈຸບັນແມ່ນມີຈຳໜ່າຍຢູ່ຮ້ານເຈມາກ ແລະຮ້ານສະດວກຊື້ຕ່າງໆ ແຕ່ພາຍຫຼັງໂຮງງານເຮົາສຳເລັດ ແລະມີການຜະລິດແລ້ວເຮົາກໍຈະແນໃສ່ຮ້ານຄ້າທຸກໆ ຮ້ານຄ້າຢູ່ໃນບ້ານເຮົາເພື່ອເຮັດໃຫ້ສັງຄົມຮູ້ຈັກຜະລິດຕະພັນຂອງເຮົາຫຼາຍຂຶ້ນຕື່ມອີກ.

ນອກຈາກນີ້ ໝູຢໍ່ປ້າລີ ຍັງກຽມຈົດທະບຽນລິຂະສິດສິນຄ້າເພື່ອປ້ອງການປອມແປງ ແລະລອກຮຽນແບບແບຣນສິນຄ້າເຊິ່ງເກີດຂຶ້ນແລ້ວໃນໄລຍະຜ່ານມາທີ່ມີການກັອບປີ້ສະຕິກເກີ້ ໝູຢໍ່ປ້າລີ ໄປໃສ່ຜະລິດຕະພັນອື່ນທີ່ບໍ່ແມ່ນຂອງເຮົາ. ໃນອະນາຄົດແມ່ນກຽມຂະຫຍາຍສາຂາເພີ່ມອີກ 2-3 ສາຂາ ໃນນະຄອນຫຼວງວຽງຈັນ ແລະຢູ່ຕ່າງແຂວງ.