ອັດຕະປື ກຽມປະກາດ 2 ວັດຢູ່ເມືອງໄຊເສດຖາເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ

ແຫຼ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ອັດຕະປືກຽມປະກາດຮັບຮອງເອົາວັດຫຼວງເມືອງເກົ່າ ແລະວັດທາດພະໄຊ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ທີ່ເມືອງໄຊເສດຖາ ໃນໄລຍະວັນທີ 18-26 ມິຖຸນາ 2023 ເພື່ອເປັນການອານຸລັກຮັກສາສົ່ງເສີມວັດທະນາທໍາ ຮີດຄອງປະເພນີ ບັນດາເຜົ່າ ຂອງພີ່ນ້ອງຊາວ ແຂວງອັດຕະປື.

ປະຈຸບັນ ແຂວງ ອັດຕະປື ເປັນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍວັດທະນາທຳ, ຮີດຄອງປະເພນີຂອງພີ່ນ້ອງບັນດາເຜົ່າອັນມີຊື່ສຽງຕັ້ງແຕ່ດົນນານໂດຍສະເພາະແມ່ນເມືອງໄຊເສດຖາ ກໍເປັນເມືອງທ່ອງທ່ຽວທາງດ້ານທຳມະຊາດທີ່ມີຄວາມສວຍສົດງົດງາມເພື່ອໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມໃຫ້ຮູ້ຈັກ ເມືອງໄຊເສດຖາ ແຂວງອັດຕະປື ໃຫ້ຫຼາຍຂຶ້ນ.