ກິນໝາກອຶ ເຮັດໃຫ້ຜິວພັນດີ

ຫາກເວົ້າເຖິງໝາກອຶເຊື່ອວ່າເປັນພືດຜັກທີ່ໃຜຫຼາຍໆຄົນມັກດ້ວຍລົດຊາດທີ່ແຊບບວກກັບສັບພະຄຸນທີ່ມີໃນໝາກອຶພ້ອມຍັງສາມາດນຳມາປະ          ກອບເປັນອາຫານໄດ້ທັງຄາວ ແລະຫວານຫຼາກຫຼາຍເມນູອີກດ້ວຍມື້ນີ້ເຮົາລອງມາເຮັດເມນູອາຫານເພື່ອສຸຂະພາບຈາກໝາກອຶທີ່ຫຼາຍໆຄົນມັກຮັບ ຮອງວ່າທັງອິ່ມແຊບ ແລະປະໂຫຍດເຕັມໆ.

ເມນູໝາກອຶນຶ້ງເອີ້ນໄດ້ວ່າເປັນເມນູເພື່ອສຸຂະພາບສຸດໆ ຈາກທຳມະຊາດຂອງໝາກອຶເປັນສຸດ ຍອດອາຫານຂອງຄົນຮັກສຸຂະພາບຢູ່ແລ້ວພ້ອມຍັງໄດ້ປະໂຫຍດຈາກໝາກອຶຢ່າງຫຼວງຫຼາຍລອງ ເຮັດຮັບປະທານເບິ່ງຮັບຮອງວ່າດີຕໍ່ສຸຂະພາບແຖມບໍ່ຕຸ້ຍອີກ.

- ເຮັດໃຫ້ຜິວບໍ່ເຖົ້າກ່ອນໄວເພາະຊ່ວຍເສີມສ້າງຄໍລາເຈນໃຕ້ຜິວໜັງໄດ້ດີ.

- ຊ່ວຍໃຫ້ຮ່າງກາຍມີພູມຄຸ້ມກັນພະຍາດຕ່າງໆ ໄດ້ດີເນື່ອງຈາກມີວິຕາມິນຊີສູງ.

- ຊ່ວຍບຳລຸງຜິວພັນໃຫ້ງາມເພາະມີສານເບຕ້າ ແຄໂຣທີນສູງ.

- ຊ່ວຍບຳລຸງກະດູກ  ແລະແຂ້ວເພາະມີແຄລຊຽມສູງ.

- ຊ່ວຍຫຼຸດລະດັບນ້ຳຕານ ແລະຄໍເລດເຕີຣໍໃນ ເລືອດໄດ້.