ເນື້ອໃນປຶ້ມວັດຈະນານຸກົມພາສາລາວເຫຼັ້ມໃໝ່ຈະສໍາເລັດໃນປີ 2025

ສູນຄົ້ນຄວ້າພາສາລາວ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມຂຽນເນື້ອໃນປຶ້ມວັດຈະນານຸກົມພາສາລາວ ໃນລະຫວ່າງວັນທີ 9-15 ມິຖຸນາ 2023 ທີ່ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ.

ທ່ານ ປອ ອ່ອນແກ້ວ ນວນນະວົງ ຫົວໜ້າອະນຸກຳມະການຄົ້ນຄວ້າພາສາລາວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຖືເປັນວາລະດີໃນການເຕົ້າໂຮມຄະນະຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວແບບເຕັມຄະນະ ໂດຍແບ່ງເນື້ອໃນການປະຊຸມອອກເປັນ 2 ວາລະ ຄື: 1) ສົນທະນາແລກປ່ຽນກ່ຽວກັບຜົນສຳເລັດຄວາມຄືບໜ້າ ພ້ອມທັງປຶກສາຫາລືກ່ຽວກັບບາງບັນຫາ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນຫາວິທີທາງແກ້ໄຂໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານການຮຽບຮຽງເນື້ອໃນປຶ້ວັດຈະນານຸກົມພາສາລາວຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ ແລະ ເພື່ອຄວາມເປັນເອກະພາບທາງດ້ານຫຼັກການ; 2) ສືບຕໍ່ຂຽນເນື້ອໃນເປັນລາຍບຸກຄົນຕາມຄວາມຮັບຜິດຊອບ. ພ້ອມກັນນີ້, ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍໃນການຈັດກອງປະຊຸມ ແມ່ນເພື່ອໃຫ້ໄດ້ປຶ້ມວັດຈະນານຸກົມທີ່ມີລັກສະນະສຳຄັນ 3 ປະການ ຄື: ລັກສະນະຄົບຖ້ວນທາງດ້ານຄຳສັບທີ່ພຽງພໍ ໂດຍລວມເອົາຄຳທຸກປະເພດ ເຊັ່ນ: ຄຳເຄົ້າ, ຄຳປະສົມ, ຄຳຊ້ອນ; ມີຄວາມສົມບູນທາງດ້ານການຮຽບຮຽງຄຳສັບ, ການໃຫ້ຄຳນິຍາມຄວາມໝາຍຕ້ອງມີຄວາມຊັດເຈນ, ກະທັດຮັດເຂົ້າໃຈງ່າຍ; ທັນສະໄໝທາງດ້ານຮູບແບບປຶ້ມ, ການອອກແບບການຈັດໜ້າ.

ໂອກາດນີ້ ທ່ານ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ແມ່ນດຳເນີນການໂດຍຄະນະນ້ອຍ ເປັນຜົນງານຂອງບຸກຄົນ ການຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວຊຸດນີ້ ຖືເປັນວຽກງານສຳຄັນຄັ້ງປະຫວັດສາດທີ່ດຳເນີນການເປັນຄະນະໃຫຍ່ທີ່ມີສ່ວນຮ່ວມຈາກຫຼາຍພາກສ່ວນ ມີລັກສະນະແບບເປີດກວ້າງ ຄວາມຄາດຫວັງຈຶ່ງມີສູງ ເພື່ອໃຫ້ໄດ້ຮັບຜົນສຳເລັດທີ່ຮອບດ້ານ ຄຳສັບທີ່ມີການປ່ຽນແປງຕາມຍຸກສະໄໝ ຄໍາສັບໃໝ່ທີ່ມາຈາກຕ່າງປະເທດ ຄຳຍືມ ພາສາເວົ້າ ພາສາຂຽນ ວຽກງານການສ້າງປຶ້ມວັດຈະນານຸກົມພາສາລາວ ຖືເປັນວຽກສໍາຄັນລະດັບຊາດ ເປັນຄວາມຄາດຫວັງຂອງລັດຖະບານ ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກທ່ານສັບຊ້ອນເວລາໃນການສືບຕໍ່ວຽກງານໃຫ້ສຳເລັດ ບຸກບືນວາງແຜນກວດຜ່ານ ກວດແກ້ ແລະ ໃຫ້ສຳເລັດທັນຕາມແຜນໃນປີ 2025 ນີ້.

ນອກຈາກນີ້, ທ່ານລັດຖະມົນຕີ ສສກ ຍັງເນັ້ນຕື່ມວ່າ: ວັດຈະນານຸກົມພາສາລາວນີ້ ນອກຈາກຈະສ້າງເປັນປຶ້ມສຳເລັດແລ້ວ ກໍໃຫ້ຄົ້ນຄວ້າເຜີຍແຜ່ດ້ວຍຮູບແບບຟາຍເອເລັກໂຕຣນິກຕື່ມ ເພື່ອໃຫ້ຄົນລາວທີ່ຢູ່ທົ່ວທຸກບ່ອນຂອງໂລກສາມາດເຂົ້າເຖິງຮັບຮູ້ ແລະ ນຳໃຊ້ພາສາລາວໄດ້ຢ່າງຖືກຕ້ອງ ຫຼີກລ່ຽງຂໍ້ຂັດແຍ້ງທາງພາສາດ້ວຍຫຼັກການທີ່ເປັນເອກະພາບ ແລະ ເປັນທີ່ຍອມຮັບກັນ.

ຜ່ານການດຳເນີນກອງປະຊຸມຄັ້ງນີ້ ຄະນະຮຽບຮຽງສາມາດສຳເລັດການຂຽນເນື້ອໃນປຶ້ມວັດຈະນານຸ ກົມພາສາລາວສະບັບພື້ນຖານ ທັງໝົດໂດຍລວມໄດ້ 85% ເຊິ່ງຫາກສໍາເລັດການຂຽນເນື້ອໃນເບື້ອງຕົ້ນທັງໝົດແລ້ວ ຈະໄດ້ນຳມາກວດຜ່ານພາຍໃນຄະນະນ້ອຍ ແລະ ຄະນະໃຫຍ່ໃນຕໍ່ໜ້າຕື່ມ.

ທີ່ມາ ໜັງສືພິມສຶກສາ-ກິລາ