ຮູບເງົາເລື່ອງ Vagabond ຖືກເລື່ອນສາຍໄປເປັນທ້າຍປີ

ຕ້ອງໄດ້ອົດໃຈລໍຖ້າອີກຈັກ ໜ້ອຍແລ້ວສຳລັບແຟນໆຮູບເງົາ ຜົນງານຂອງນັກສະແດງຊື່ດັງອີ ຊີງກິ ແລະຊູຈີ ເມື່ອຮູບເງົາແນວ ແອກຊັນຂອງທັງສອງຄືເລື່ອງ Vagabond ໄດ້ຖືກເລື່ອນສາຍ ໄປເປັນເດືອນທ້າຍປີ.

ສຳນັກຂ່າວ Sports Chosun ໄດ້ລາຍງານເຖິງສາຍເຫດການເລື່ອນສາຍຂອງຮູບເງົາດັ່ງກ່າວ ວ່າເນື່ອງຈາກຕາຕະລາງການ ຖ່າຍທຳ ແລະຂໍ້ຕົກລົງກັບທາງ ສະຕຣີມມິ່ງ Netflix  ຊຶ່ງເບື້ອງ ຕົ້ນມີການກຳນົດອອກອາກາດ ໃນເດືອນພຶດສະພາ ທາງຊ່ອງ SBS ແຕ່ສຸດທ້າຍຊີຣີເລື່ອງໃໝ່ Absolute Boyfriend  ທີ່ຖ່າຍ ທຳແລ້ວ ແລະສະແດງນໍາໂດຍຢໍ ຈິນກູ ມິນອາ ແລະຮົງຈົງຮະຢອນ ກໍ່ໄດ້ເຂົ້າມາແທນທີ່ເລື່ອງ Vagabond ທີ່ກຳລັງມີບັນຫາເລື່ອງຕາຕະລາງການຖ່າຍທຳຢູ່ຕອນນີ້.

ເຮັດໃຫ້ເລື່ອງ Vagabond  ຖືກເລື່ອນສາຍມາເປັນເດືອນກັນ ຍາແທນ  ແລະຕອນນີ້ການຖ່າຍທຳ ກຳລັງດຳເນີນໄປຕາມປົກກະຕິຫຼັງຈາກເປີດກ້ອງໃນເດືອນມິຖຸນາປີທີ່ຜ່ານມາ  ຊຶ່ງຕອນທຳອິດມີກຳນົດສາຍໃນໄລຍະທ້າຍປີ 2018  ກ່ອນ ຈະເລື່ອນມາເປັນເດືອນພຶດສະພາ ປີ 2019 ແລະເລື່ອນຄັ້ງຫຼ້າສຸດນີ້ເປັນເດືອນກັນຍາ.

ເລື່ອງ Vagabond ເປັນຮູບ ເງົາຂະໜາດໃຫຍ່ໃຊ້ທຶນສ້າງ 22 ລ້ານໂດລາສະຫະລັດ (25 ຕື້ ວອນ) ຊຶ່ງເປັນເລື່ອງລາວກ່ຽວກັບສະຕັນແມນໜຸ່ມທີ່ໄດ້ຮັບພາ ລະກິດໃນການເປີດໂປງເບື້ອງຫຼັງ ຄະດີເຮືອບິນຕໍາກັນ  ໂດຍຮູບເງົາ ເລື່ອງນີ້ເປັນການໂຄຈອນກັບມາ ພົບກັນອີກເທື່ອໜຶ່ງຂອງຊູຈີ ແລະ ອີຊິງກິໃນຮອບ 6 ປີ ຫຼັງຈາກຝາກ ຜົນງານເລື່ອງແຟນຕາຊີຄື  Gu Fa mily Book ໃນປີ 2013.

 ນສພ ເສດຖະກິດ-ສັງຄົມ