ການທ່ອງທ່ຽວຫົວພັນ ຄຶກຄື້ນຫຼັງເປີດໃຊ້ສະໜາມບິນໜອງຄ້າງ

ທ່ານນາງ ມະໄລທອງ ບຸນຍາໄຊ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວແຂວງ ຫົວພັນໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ສະໜາມບິນໜອງຄ້າງ, ມາຮອດປະຈຸບັນມີ 2 ສາຍການບິນທີ່ບໍລິການຖ້ຽວບິນຈາກນະຄອນຫລວງວຽງຈັນ-ຊໍາເໜືອ, ເຊິ່ງແຕ່ລະຖ້ຽວມີນັກທ່ອງທ່ຽວໃຊ້ບໍລິການເປັນຈໍານວນຫຼາຍເຮັດໃຫ້ການທ່ອງທ່ຽວພາຍໃນແຂວງຫົວພັນຄຶກຄື້ນຂຶ້ນຫຼາຍເມື່ອທຽບໃສ່ເມື່ອກ່ອນ, ໃນນີ້ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ໄປເປັນຄອບຄົວ ແລະເປັນກຸ່ມ, ສ່ວນນັກທ່ອງທ່ຽວຕ່າງປະເທດຍັງມີໜ້ອຍ. ນັບແຕ່ເປີດນໍາໃຊ້ສະໜາມດັ່ງກ່າວມາຮອດປະຈຸບັນເຖິງວ່າຍັງບໍ່ທັນເກັບກໍາຕົວສະຖິຕິໄດ້ຢ່າງລະອຽດ, ແຕ່ເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງຫຼັງຈາກເດີນທາງຮອດເມືອງຊໍາເໜືອແລ້ວນັກທ່ອງທ່ຽວໄດ້ເໝົາລົດຕູ້ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນແຂວງ ແລະບາງກຸ່ມເດີນທາງໄປທ່ຽວຕໍ່ທີ່ຫວຽດນາມ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແຂວງຫົວພັນນັບມື້ເພີ່ມຂຶ້ນ, ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວພວມສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃນຫລາຍດ້ານ ເປັນຕົ້ນ: ກໍາລັງສະເໜີຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເພື່ອພັດທະນາແຫຼ່ງທ່ອງທ່ຽວຫຼາຍແຫ່ງເປັນຕົ້ນຈຸດທີ່ເປັນຍຸດທະສາດຄືພູຜາຖີ່ໃຫ້ສາມາດແຂ່ງຂັນ ແລະເຊື່ອມຕໍ່ກັບປະເທດໃກ້ຄຽງ, ຖໍ້າປະຫວັດສາດຢູ່ເມືອງວຽງໄຊ ແລະປັບປຸງທາງເຂົ້າສວນອຸທິຍານຫີນຕັ້ງຢູ່ເມືອງຫົວເມືອງ, ສົ່ງເສີມການທ່ອງທ່ຽວໃນໂອກາດງານດອກຄາຍປ່າ, ພ້ອມທັງປູກຕົ້ນດອກຄາຍປ່າລຽບເສັ້ນທາງແຕ່ສະໜາມບິນໜອງຄ້າງຫາເທດສະບານແຂວງ 1 ໝື່ນເບ້ຍເພື່ອຄວາມສວຍງາມແລະອື່ນໆ.

ສໍາລັບຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າໄປທ່ອງທ່ຽວຢູ່ແຂວງຫົວພັນ ໃນໄລຍະເດືອນມັງກອນ ຫາ ເດືອນເມສາ 2023 ນີ້ ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວແຂວງ ຫົວພັນປະມານ 18.800 ກວ່າຄົນ ໃນນີ້ນັກທ່ອງທ່ຽວພາຍໃນ 7.200 ກວ່າຄົນ ແລະ ຕ່າງປະເທດ 11.600 ກວ່າຄົນ ເມື່ອທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ປະຕິບັດໄດ້ເກືອບ 71 ສ່ວນຮ້ອຍ, ສ້າງລາຍຮັບໃຫ້ໄດ້ 12,8 ຕື້ກວ່າລ້ານກີບ ເທົ່າກັບ 67 ກວ່າສ່ວນຮ້ອຍ, ຖ້າທຽບໃສ່ 4 ເດືອນຕົ້ນປີ 2022 ເພີ່ມຂຶ້ນຫລາຍກວ່າ 300 ສ່ວນຮ້ອຍ.

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ