ບໍລິສັດ ຣາຊະນົນ ເປີດໂຕຜະລິດຕະພັນ ຝຸ່ນອົງຄະທາດ-ເຄມີ, ຝຸ່ນຢູເຣຍ ກາຫົວສິງ

ໃນວັນທີ 21 ມິຖຸນາ ປີ 2023 ນີ້ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງໄຊບູລີ ໄດ້ມີກອງປະຊຸມກ່ຽວກັບການເປີດໂຕຜະລິດຕະພັນ ຝຸ່ນອົງຄະທາດ-ເຄມີ. ສູດ0-18-18 ແລະຝຸ່ນຢູເຣຍ ສູດ 46-0-0 ກາຫົວສິງ ເຊິ່ງເປັນຜະລິດຕະພັນ ທີ່ນໍາເຂົ້າຈາກປະເທດກໍາປູເຈຍ, ເປັນຜະລິດຕະພັນມາດຕະຖານຍີ່ປຸ່ນ 100%, ນໍາເຂົ້າ ແລະຈັດຈໍາໜ່າຍ ໂດຍບໍລິສັດ ຣາຊະນົນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫັວນນະເຂດ. ໂດຍການເຂົ້າຮ່ວມຂອງທ່ານ ດວງຕາ ເສນໄຊປັນຍາ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ, ມີຕາງໜ້າຂະແໜງປູກຝັງ-ລ້ຽງສັດ ແຂວງສະຫວັນນະເຂດ. ທ່ານນາງ ສຸກກິນດາ ພຸດທະຊາພູວົງ ເຈົ້າຂອງບໍລິສັດຣາຊະນົນ, ຫ້ອງການກະສິກໍາ-ປ່າໄມ້ເມືອງໄຊບູລີ, ນາຍບ້ານພ້ອມດ້ວຍປະທານກຸ່ມການຜະລິດ ເປັນສິນຄ້າ 30 ກຸ່ມທົ່ວເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອກະກຽມໃຫ້ແກ່ການຜະລິດລະດູຝົນພ້ອມທັງເປີດໂຕຜະລິດຕະພັນ ຝຸ່ນອົງຄະທາດ-ເຄມີ,ຝຸ່ນຢູເຣຍ ກາຫົວສິງ ແລະສໍາມະນາໃຫ້ຄວາມຮູ້ກ່ຽວກັບການນໍາໃຊ້ຜະລິດຕະພັນດັງກ່າວລວມເຖິງນະໂຍບາຍຕ່າງໆໃຫ້ແກ່ລູກຄ້າຂອງບໍລິສັດຣາຊະນົນຂາອອກ-ຂາເຂົ້າຈໍາກັດຜູ້ດຽວ.

ໃນກອງປະຊຸມທ່ານ ສະໝານພັນ ສຸທໍາ ກໍາມະການຜູ້ຈັດການ ບໍລິສັດ ຣາຊະນົນ ກໍ່ໄດ້ແນະນໍາສິນຄ້າ ແລະນະໂຍບາຍຂອງບໍລິສັດ, ແນະນໍາຄວາມຮູ້ກ່ຽວກັບດິນ ແລະຝຸ່ນ, ແນະນໍາເຕັກນິກການນໍາໃຊ້ຝຸ່ນອົງຄະທາດ-ເຄມີ ກາຫົວສິງ ກ່ຽວກັບເຂົ້າ, ມັນຕົ້ນ, ໄມ້ກິນໝາກ, ຢາງພາລາ ແລະພືດຜັກຕ່າງໆ ນອກຈາກນີ້ກໍ່ໄດ້ມີການຈັດກິດຈະກໍາ ຖາມ-ຕອບ ແລະ ຈົກສະຫຼາກ ແຈກ ຂອງຂັວນລາງວັນ ທີ່ເປັນຜະລິດຕະພັນ ຝຸ່ນກາຫົວສິງ ເພື່ອໃຫ້ຜູ່ທີ່ເຂົ້າຮ່ວມໄດ້ນໍາໄປທົດລອງໃຊ້ກັບພືດ ຊະນິດຕ່າງໆຂອງຕົນເອງ. ນອກຈາກນີ້ທ່ານ ນາງ ສຸກກິນດາ ພຸດທະຊາພູວົງ ເຈົ້າຂອງບໍລິສັດຣາຊະນົນ ກໍ່ຍັງໄດ້ໃຫ້ຮູ້ວ່າໃນລະດູຝົນນີ້ ບໍລິສັດ ຣາຊະພົນ ສາມາດສະຕອບໜອງຜະລິດຕະພັນຝຸ່ນກາຫົວສິງໃຫ້ກັບຊາວນາຊາວກະສິກອນນໍາໃຊ້ເຂົ້າໃນການຜະລິດ ໄດ້ເຖິງ 1.500 ໂຕນ.