ການຄ້າ​ແຂວງ​ຈໍາປາສັກ​ຕິດຕາມ -​ ກວດກາ​ການ​ຊື້ -​ ຂາຍ​ສິນຄ້າທ້ອງຕະຫຼາດ

ວັນທີ 6 ມິຖຸນາ​ 2023,​ ທ່ານ​ ປອ.​ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະກໍາ​ ແລະ​ການຄ້າ​ແຂວງ​ຈໍາປາສັກ​ ພ້ອມດ້ວຍການນໍາຂະແໜງທີ່ກ່ຽວຂ້ອງ ສົມທົບກັບການນໍາ ບໍລິສັດ​ ບໍລິການ​ ການຄ້າ​ປາກເຊ​ ແລະ​ໜ່ວຍງານຈັດສັນຕະຫຼາດ​ໃໝ່​ປາກເຊໄດ້ເຄື່ອນໄຫວຕິດຕາມ -​ ກວດກາ​ ແລະ​ ຊຸກຍູ້​ການ​ບໍ​ລິ​ການ​ຊື້ -​ ຂາຍ​ ຕາມຈຸດຊື້ - ຂາຍຕ່າງໆ ພາຍໃນຕະຫຼາດໃໝ່ປາກເຊເພື່ອເຮັດໃຫ້ການຄຸ້ມຄອງ​ການຊື້​ -​ ຂາຍ​ ໃຫ້ຖືກຕ້ອງຕາມລະບຽບການ,​ ແນ່ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ທັງເຮັດໃຫ້​ສັງຄົມມີຄວາມຍຸຕິທຳ.​

ທ່ານ​ ສົມພອນ​ ລາດສິນສະຫງວນ ຮອງອໍານວຍການບໍລິສັດ​ ບໍລິການ​ ການຄ້າ​ ປາກເຊ​ ໄດ້ລາຍງານສະພາບການຄຸ້ມຄອງ,​ ການເຄື່ອນໄຫວຂອງຄະນະນໍາຕະຫຼາດ ຕໍ່ກັບ​ການຊື້,​ ການຂາຍ ແລະ​ ການບໍລິການໃນຕະຫຼາດໃໝ່ປາກເຊ​ ເຊິ່ງການຊື້​ -​ ການຂາຍໃນລະດູຝົນ ເຫັນວ່າຫຼຸດລົງ​ ໂດຍສະເພາະແມ່ນການຂາຍສະບຽງອາຫານ,​ ຜູ້ຄ້າ -​ ຂາຍ​ຈໍານວນ​ໜຶ່ງ​ ອອກໄປຂາຍຢູ່ຕາມແຄມທາງ ແລະ​ ພື້ນທີ່ຂອງຕົນເອງ.​ ພ້ອມນີ້​ ກໍ່ຍົກໃຫ້ເຫັນການຄຸ້ມຄອງການນໍາໃຊ້ຊິງຊັ່ງ​ ຂອງພໍ່ຄ້າ​ -​ ແມ່ຄ້າຈໍານວນໜຶ່ງ ໂດຍສະເພາະແມ່ນການຂາຍປາ ທີ່ນໍາໃຊ້ຊິງຊັ່ງບໍ່ໄດ້ຕາມມາດຕະຖານເຕັກນິກການ​ນຳ​ໃຊ້ ໃນ​ການ​ບໍ​ລິ​ການ​ຊື້ -​ ຂາຍ​ ພາຍໃນຕະຫຼາດໃໝ່ປາກເຊ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງຕະຫຼາດ ໄດ້ແນະນໍາຕັກເຕືອນ​ ແລະ​ ສຶກສາອົບຮົມ​ ຕໍ່ຜູ້ລະເມີດ ຖ້າເຮັດອີກ ກໍ່ຈະໄດ້ດໍາເນີນ​ ຕາມລະບຽບການວຽກອອກ.​

ທ່ານ​ ປອ.​ບຸນຍະເດດ​ ທອງ​ສະຫວັນ​ ໄດ້ແນະນໍາໃຫ້ການນໍາບໍລິສັດເອົາໃຈໃສ່ເຂົ້າຮ່ວມລະບອບສ່ອງແສງລາຍງານ​ການເຄື່ອນໄຫວຄຸ້ມຄອງຕະຫຼາດ​ຕໍ່ການນໍາ​ພະແນກອຸດສາຫະກໍາ​ -​ ການຄ້າແຂວງ​ ແລະ​ຂະແໜງການ​ກ່ຽວຂ້ອງ​ຢ່າງເປັນປົກກະຕິເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ; ເອົາໃຈໃສ່​ປະຕິບັດມາດຕະການໃນການຄຸ້ມຄອງການຊື້ -​ ການຂາຍສິນຄ້າອຸປະໂພກ​ -​ ບໍລິໂພກ​ ຢູ່ໃນຕະຫຼາດ​ໃຫ້ຖືກຕ້ອງຕາມລະບຽບການ,​ ການຕິດຕາມຊຸກຍູ້ວຽກງານວິຊາສະເພາະ,​ ກວດກາຄືນ ການອອກທະບຽນວິສາຫະກິດ ໃຫ້ແກ່ຜູ້ເຄື່ອນໄຫວຊື້ -​ ຂາຍ​ຢູ່ຕະຫຼາດ​ ໂດຍສະເພາະແມ່ນຮ້ານຊື້ -​ ຂາຍວັດຖຸມີຄ່າ​ ລວມທັງການປະຕິບັດບັນດານິຕິກໍາ ໃນການຄຸ້ມຄອງ ການຊື້​ -​ ການຂາຍ​ຢູ່ຕະຫຼາດ​ ກໍ່ໃຫ້ກວດກາຄືນອີກ ເພື່ອເຮັດໃຫ້ຕະຫຼາດມີຄວາມເຂັ້ມແຂງໃນການປະຕິບັດວຽກງານຕົວຈິງ​ ດ້ວຍຄວາມຮັບຜິດຊອບ; ເອົາໃຈໃສ່ການຄຸ້ມຄອງຊິງຊັ່ງທີ່ຊົມໃຊ້ໃນການ ຊື້​ -​ ຂາຍ; ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ​ ຂະແໜງການທີ່ກ່ຽວຂ້ອງຂອງລັດ​ ກັບ​ ບໍລິສັດ​ຕ້ອງໃຫ້ລະອຽດຈະແຈ້ງ; ເອົາໃຈໃສ່​ຕິດຕາມກວດກາ ການຂຶ້ນ​ລາຄາສິນຄ້າ​ຂອງຜູ້ປະກອບການ ແລະ​ຜູ້ຊື້ -​ ຂາຍ​ ໃນຕະຫຼາດ​ ໃຫ້ຖືກຕ້ອງຕາມລະບຽບການ,​ ບໍ່ໃຫ້ຜູ້ປະກອບການ ແລະ​ ຜູ້ຄ້າ -​ ຂາຍ​ ຂຶ້ນລາຄາສິນຄ້າຕາມລໍາພັງ​ ທັງຊ່ວຍຕິດຕາມກວດກາສິນຄ້າພາຍໃນທີ່ເປັນເອກະລັກ,​ ມີຄຸນນະພາບດີ​ ເພື່ອຊຸກຍູ້ສົ່ງເສີມໃຫ້ເປັນສິນຄ້າ ໂອດ໋ອບ​ ແລະ​ ຊົມໃຊ້ແບບຍືນຍົງ.​ ນອກນີ້​ທ່ານຍັງ​ເນັ້ນໜັກ​ໃຫ້ການນໍາບໍລິສັດເອົາໃຈໃສ່ຢ່າງແຂງແຮງການຄຸ້ມຄອງ ຮ້ານຊື້ -​ ຂາຍເຄື່ອງ​ຂອງຄົນຕ່າງປະເທດ​ທີ່ຢູ່ໃນຄວາມຮັບຜິດຊອບຂອງ​ຕະຫຼາດ​ເພື່ອສ້າງ​ຕະຫຼາດໃໝ່ປາກເຊ​ໃຫ້ເປັນຕະຫຼາດທີ່ສະອາດໃນອະນາຄົດ.​

ຂ່າວ​-ພາບ​: ທູນທອງໃຈ​