ແນະນຳ 4 ແອັບພລິເຄຊັນເຮັດໃຫ້ມືຖື ເປັນກ້ອງຕິດໜ້າລົດງ່າຍໆ

ທຸກວັນນີ້ເຫດການບົນທ້ອງ ຖະໜົນບໍ່ໜ້າໄວ້ວາງໃຈຄືດັ່ງລົດ ຖອຍຕຳກັນເຮັດໃຫ້ຫຼາຍຄົນຮູ້ສຶກວ່າຕ້ອງຫັນມາໃຫ້ຄວາມສຳຄັນກັບກ້ອງຕິດໜ້າລົດ ຊຶ່ງອາດຈະມີລາ ຄາສູງເປັນບາງລຸ້ນແຕ່ວັນນີ້Sanook! Hitech ຈະມາແນະນຳ Apps ບົນມືຖືສຳລັບໃຊ້ບັນທຶກ ເຫດການໜ້າລົດ ໂດຍບໍ່ຕ້ອງເສຍ ເງິນມາເບິ່ງວ່າມີຫຍັງແດ່.

 - AutoBoy Dash Cam-Blackbox: ເປັນ Application ແຈກຟຣີບົນ Android ຊຶ່ງສາມາດເຊື່ອມຕໍ່ກັບມືຖືໃຫ້ກາຍ ເປັນກ້ອງຕິດໜ້າລົດໄດ້ຢ່າງງ່າຍ ດາຍພ້ອມກັບຟີເຈີທີ່ໜ້າສົນໃຈເຊັ່ນ ຖ້າຈັບໄດ້ວ່າເຄື່ອງຖືກຕັ້ງກັບຖານຕັ້ງໃນລົດລະບົບຈະເປີດກ້ອງອັດຕະໂນມັດຈັບພາບເມື່ອມີເຫດການສຸກເສີນເຊັ່ນເກີດອຸບັດເຫດໄດ້ຮອງຮັບພາສາໄດ້ຫຼາກຫຼາຍເປັນອີກ Apps  ທີ່ແນະນຳວ່າໂຫຼດຕິດມືຖືກໍ ດີບໍ່ນ້ອຍເລີຍ Auto Guard Dash Cam: ອີກ Apps  ທີ່ສຳ ລັບ Android ທີ່ມີຄວາມສະຫຼາດ ພໍສົມຄວນເພາະແຄ່ເວີຊັນຟຣີກໍມີ ລູກຫຼິ້ນປັບຂະໜາດວິດີໂອລະບົບ ເປີດປິດການທຳງານເອງເມື່ອສຽບ ກັບຖານຕັ້ງໃນລົດຮອງຮັບການສະແດງຜົນພາບແບບ 3 ມິຕິລວມ ທັງເຮັດພາບ Snapshot ເມື່ອຈຳ ເປັນ ແລະສາມາດນຳຄລິບການ ຂັບລົດ Upload ຂຶ້ນ Youtube ໄດ້ມັນກໍດີແລ້ວແຕ່ຖ້າລຸ້ນເສຍເງິນ ທ່ານສາມາດຫຍໍ້ຈໍເຮັດແນວອື່ນ ເຊັ່ນເປີດລະບົບນຳທາງໃນລົດໄດ້ ອີກດ້ວຍ Carcorder: ມາທີ່ຝັ່ງ ຂອງ iOS ກັນຕື່ມຄົງຕ້ອງເວົ້າ ເຖິງ Apps ນີ້ກັນກ່ອນເພາະວ່າຕິດອັນດັບການຄົ້ນຫາບົນ Apps Store ໂດຍລຸ້ນເສຍເງິນເຮັດ ຄວາມສາມາດໄດ້ຫຼາຍເຊັ່ນການ ບັນທຶກໄດ້ຕໍ່ເນື່ອງ ແລະຄວາມລະ ອຽດ 1080P ພ້ອມແຈ້ງເຕືອນຈຳ ກັດຄວາມໄວບັນທຶກເຫດການສຸກ ເສີນເມື່ອເກີດອຸບັດເຫດພ້ອມກັບໂທ ອອກເອງເມື່ອເກີດອຸບັດເຫດໄດ້ SaveDrives-Car Dashboard: ປິດທ້າຍດ້ວຍ Apps ບັນ ທຶກພາບບົນ iOS ອີກຕົວໜຶ່ງທີ່  ແນະນຳເພາະວ່ານອກຈາກຟຣີ ແລ້ວຍັງສາມາດບອກຂໍ້ມູນທັງ ການເດີນທາງຂອງເຮົາບອກເປັນ ແຜນທີ່ໃນ GPS ລະບຸຕຳແໜ່ງ ແລະການເດີນທາງຂອງເຮົາບັນ ທຶກພາບວິດີໂອໄດ້ ແລະເມື່ອເກີດອຸບັດເຫດຈະຕັດວິດີໂອໃຫ້ 10-30 ວິນາທີ ແລະເປັນ File ທີ່ສາມາດ ສົ່ງໃຫ້ປະກັນໄພ ຫຼື ຕຳຫຼວດໄດ້ ແລະມີລະບົບໂທອອກເອງເມື່ອເກີດ ເຫດຈຳເປັນແລະຍັງໃຊ້ງານງ່າຍ ອີກດ້ວຍເອີ້ນໄດ້ວ່າ Apps ເຫຼົ່ານີ້ ມີປະໂຫຍດໃນການເດີນທາງລອງປັບໃຊ້ງານເບິ່ງໄດ້ອີກສິ່ງໜຶ່ງທີ່ ຝາກໄວ້ຄືການໃຊ້ມືຖືເປັນກ້ອງຕິດ ໜ້າລົດອາດຈະປະຢັດຄ່າໃຊ້ຈ່າຍ ໄດ້.

ແຕ່ຖ້າທ່ານຕ້ອງໃຊ້ງານມືຖືໜ່ວຍນັ້ນຕໍ່ຢ່າລືມຖືອຸປະກອນເສີມບໍ່ວ່າຈະເປັນການດູດຄວາມຈຳອອກຈາກຕົວເຄື່ອງ ແລະPowerbank ສຳລັບສາກໄຟກໍຈະດີ ແລະບໍ່ແນະນຳຖ້າຈະໃຊ້ແບບຖາວອນເພາະມືຖືຂອງທ່ານອາດຈະເພເນື່ອງຈາກເກີດຄວາມຮ້ອນສູງຈາກການເປີດກ້ອງດົນ.

ນສພ ເສດຖະກິດ-ສັງຄົມ