ນັກທຸລະກິດຈົກທຶນ ເກືອບ 5 ຕື້ກີບ ສ້າງຕະຫຼາດທັນສະໄໝ ຢູ່ບ້ານສາລະຄຳ

ເນື້ອທີ່ດິນ 5 ພັນກວ່າຕາແມັດ ກຽມຈະພັດທະນາໃຫ້ກາຍເປັນຈຸດພົບຂອງຄົນຊື້-ຂາຍ ພາຍໃນ 2-3 ປີຂ້າງໜ້າ ຊຶ່ງຈະເປັນຮູບແບບທັນສະໄໝ່ ແລະ ເປັນອີກໂຄງການທີ່ຈະພັດທະນາຂົງເຂດບ້ານສາລະຄຳເໜືອໂດຍບໍລິສັດ ບຸນລ້ຽງອະສັງຫາລິມະຊັບ ຊື້ດິນ-ຂາຍດິນ ຈຳກັດຜູ້ດຽວ ກຽມຈົກທຶນ 5 ຕື້ກີບ ເພື່ອສ້າງຕະຫຼາດທັນສະໄໝຮູບແບບຊຸບເປີມາເກັດ ແຄມທະໜົນທ່າເດື່ອ.

ເມື່ອບໍ່ດົນມານີ້ໄດ້ມີພິທີ່ເຊັນສັນຍາຈັດຕັ້ງປະຕິບັດໂຄງການປຸກວ້າງຊຸບເປີມາເກັດຢູ່ບ້ານສາລະຄຳເໜືອນ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໃນວັນທີ 7 ກໍລະກົດ 2023 ຜ່ານມາ ຕ່າງໜ້າເຊັນ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະການລົງທຶນ ແລະທ່ານ ໄຊຍະແສງ ຄຳຄໍ້ຮົມພັນ ຜູ້ຈັດການຝ່າຍຕະຫຼາດ ເຊັນໃນນາມບໍລິສັດຜູ້ລົງທຶນ ບໍລິສັດ ບຸນລ້ຽງອະສັງຫາລິມະຊັບຊື້-ດິນຂາຍ ຈຳກັດຜູ້ດຽວ ໂດຍມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ສຳລັບເນື້ອທີ່ສ່ວນການເຊັນສັນຍາເນື້ອທີ່ສຳປະທານທັງໝົດ 5.803 ຕາແມັດ ໄລຍະສຳປະທານເພື່ອພັດທະນາ ແລະຄຸ້ມຄອງບໍລິຫານໂຄ່ງການ 30 ປີ ຊຶ່ງມູນຄ່າການລົງທຶນ 4.900.000.000 ກີບ ສີ່ຕຶ້ເກົ້າຮ້ອຍລ້ານກີບ ໂດຍໂຄງການສາມາດຕໍ່ໄດ້ຕາມການຕົກລົງຂອງນະຄອນຫຼວງວຽງຈັນ ໂດຍອີງຕາມການປະເມີນຜົນໂຄງການຫຼືກິດຈະການໂຕຈິ່ງ.

ທ່ານ ບຸນລ້ຽງ ເມືອງແສນ ປະທານບໍລິສັດ ບຸນລ້ຽງອະສັງຫາລິມະຊັບຊື້-ດິນຂາຍ ຈຳກັດຜູ້ດຽວໄດ້ໃຫ້ສຳພາດວ່າ: ທາງບໍລິສັດຂອງພວກເຮົາຮູ້ສຶກດີໃຈຫຼາຍທີ່ການຈັດຕັ້ງພັກ-ລັດກໍ່ຄືການນຳນະຄອນຫຼວງວຽງຈັນ ເປັນຕົ້ນເມືອງຫາດຊາຍຟອງຮອດພາກສ່ວນກ່ຽວຂ້ອງໄດ້ໃຫ້ຄວາມສຳຄັນໄວ້ເນື້ອເຊື່ອໃຈເຊິ່ງໂຄງການນີ້ແມ່ນຈະສ້າງເປັນຮູ້ໂຕຢູ ເປັນຕະຫຼາດທັນສະໄໝຫຼືເປັນສະເປີມາເກັດເປັນອາານ 2 ຊັ້ນ ໂດຍຄາດວ່າຈະໃຊ້ເວລາໃນການກໍ່ສ້າງ.

ຊຶ່ງຈຸດປະສົ່ງເປົ້າໝາຍສຳລັບການກໍ່ສ້າງເພື່ອຫວັງເປັນສ່ວນໜຶ່ງໃນການປະກອບສ່ວນພັນທະນາສືບຕໍ່ພັດທະນາຊ່ວຍຊາດຊ່ວຍສ້າງວຽກເຮັດງານທຳ ແລະສ້າງສິ່ງອຳນວຍຄວາມສະດວກຕໍ່ສັງຄົມໂດຍສະເພາະພໍ່ແມ່ປະຊາຊົນໂດຍສະເພາະແມ່ພໍ່ແມ່ປະຊາຊົນຜູ້ຢູ່ໃກ້ຄຽງໄດ້ຮັບສິນູ້າອຸປະໂພກບໍລິໂພກຫຼາກຫຼາຍຢ່າງນອກນີ້ທາງບໍລິສັດຈະມີນະໂຍບາຍເປີດຮັບການຈັບຈອງຂອງພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວຈະໄດ້ປະກອບອາຊີບສົ່ງເສີມມີລາຍຮັບຕື່ມອີກ.

ຂ່າວ: ບຸນນິກ