ກຳປູເຈຍ ຈັດການເລືອກຕັ້ງທົ່ວປະເທດ, ປະຊາຊົນ 9,7 ລ້ານ​ຄົນມີ​ສິດອອກສຽງ

ຕາມ​ຂ່າວ​ຈາກ​ ພະນົມ​ເປັນ, ກຳປູ​ເຈຍ ຈັດການ​ເລືອກ​ຕັ້ງທົ່ວ​ໄປ ຕາມ​ກຳນົດ​ຊຶ່ງ​ເປັນ​ການ​ລົງ​ຄະ​ແນນ​ເລືອກ​ສະມາຊິກສະພາແຫ່ງ​ຊາດຊຸດ​​ໃໝ່ ຄັ້ງທີ 12 ​ໂດຍ​ສູນ​ການ​ເລືອກ​ຕັ້ງ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ເປີດ​ໃຫ້​ປະຊາຊົນ ປະມານ 9,7 ລ້ານ​ຄົນ ທີ່​ມີ​ສິດອອກສຽງສາມາດ​ລົງ​ຄະ​ແນນ​ໄດ້​ ລະຫວ່າງ ​ເວລາ 7:00​ໂມງ-15:00 ​ໂມງ ໃນ​ວັນ​ທີ 23 ​ກໍລະກົດ​ນີ້ ​ໂດຍ​ມີ​ນັກ​ສັງ​ເກດ​ການ​ທັງ​ພາຍ​ໃນ ​ແລະຕ່າງປະ​ເທດຫລາຍ​ກວ່າ 90.000 ຄົນ​ ເຂົ້າຮ່ວມຊື່​ງ​ເປັນ​ການ​ເລືອກ​ຕັ້ງທົ່ວ​ໄປ ຄັ້ງທີ 7 ຂອງ​ປະ​ເທດ.​

ໃນ​ໂອກາດ​ນີ້ທ່ານ ​ຮຸນ​​​ເຊນ ​ພ້ອມ​ດ້ວຍ ພັນ​ລະ​ຍາ ທ່ານ ນາງ ບຸນ ລາ​ນີກຳ ​ເດີນທາງ​ ມາ​ໃຊ້​ສິດ ​ເລືອກ​ຕັ້ງຢູ່​ສູນ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ພະນົມ​ເປັນ, ​ຂະນະ​ທີ່ທ່ານ ພົນ​ເອກ ຮຸນ​ ມາ​ເນ​ດ,ລູກ​ຊາຍ​ກົກ ​ໄດ້ລົງ​ສະໝັກ​ ເລືອກ​ຕັ້ງ ​ໃນ​ນາມ​ພັກ​ປະຊາຊົນ ກຳປູ​ເຈຍ (CPP)ຄັ້ງທຳອິດ ​ແລະຄາດ​ວ່າຈະ​ຍາດ​ໄດ້ສຽງ​ສ່ວນ​ໃຫຍ່ໃນ​ການ​ເລືອກ​ຕັ້ງ ຄັ້ງນີ້ ຈຳນວນ 125 ບ່ອນ​ນັ່ງ ພາຍຫລັງ​ພັກ​ຝ່າຍ​ຄ້ານ​ທີ່ໃຫຍ່​ສຸດ​ຄື​ພັກແສງ​ທຽນຖືກ​ຄະນະກຳມະການ​ເລືອກ​ຕັ້ງຕັດ​ສິດຍ້ອນ​ສົ່ງເອກະສານ​ບໍ່​ຄົບ ແຕ່​ຍັງ​ມີ​ອີກ 17 ພັກ​ການ​​ເມືອງໄດ້​ຮັບ​ອະນຸຍາດ​ໃຫ້ສົ່ງ​ຜູ້​ສະໝັກລົງ​ແຂ່ງຂັນການ​ເລືອກ​ຕັ້ງໃນ​ຄັ້ງນີ້.

ທີ່ມາ: ຂປລ