ແຈກສູດ ໜຶ້ງປາບໍ່ໃຫ້ມີກິ່ນຄາວ

ສໍາລັບການໜຶ້ງປາບໍ່ໃຫ້ຄາວກ່ອນອື່ນຕ້ອງເລືອກປາທີ່ສົດໃໝ່ ແລະຜ່ານການລ້າງທໍາຄວາມ ສະອາດຢ່າງດີແລ້ວກໍນຳມາຄົວລ້າງນ້ຳໃຫ້ສະອາດທາຊີ້ນປາດ້ວຍນ້ຳໝາກນາວ ແລະເກືອພໍປະມານກ່ອນນຳໄປໜຶ້ງຈະຊ່ວຍກຳຈັດກິ່ນຄາວປາ ຫຼື ຫາກບໍ່ສະດວກໃຊ້ນ້ຳໝາກນາວຈະໃຊ້ເປັນນ້ຳສົ້ມສາຍຊູແທນກໍໄດ້ນອກຈາກນີ້ນ້ຳໝາກນາວ ຫຼື ນ້ຳສົ້ມ ສາຍຊູທີ່ປະສົມຮ່ວມກັບເກືອຈະຊ່ວຍເຮັດໃຫ້ຊີ້ນປາຄົງຮູບຮ່າງບໍ່ແຕກ, ບໍ່ເລະງ່າຍຊຶ່ງມີຜົນເຮັດໃຫ້ຊີ້ນ ປາໜຶ້ງສວຍງາມໜ້າຮັບປະທານຍິ່ງຂຶ້ນ.

ກ່ອນຈະໃສ່ປາລົງໄປໜຶ້ງຕ້ອງແນ່ໃຈວ່ານ້ຳຟົດ ແຮງໆເສຍກ່ອນ ແລະຂະນະໜຶ້ງກໍຕ້ອງໃຊ້ໄຟແຮງໃຫ້ນ້ຳຟົດໆເຊັ່ນກັນເນື່ອງຈາກການໃຊ້ອາຍນ້ຳທີ່່ຮ້ອນຈາກນ້ຳຟົດຈະຊ່ວຍກຳຈັດກິ່ນຄາວບໍ່ໃຫ້ຫຼົງ ເຫຼືອໃນປາໄດ້ ແລະໃນລະຫວ່າງໜຶ້ງກໍຄວນເປີດຝາ ໝໍ້ໃຫ້ອາຍນ້ຳອອກເລື້ອຍໆເພາະອາຍນ້ຳຈະພາກິ່ນ ຄາວຂອງປາອອກໄປໄດ້ອີກຢ່າງໜຶ່ງການໃຊ້ສະໝຸນໄພບາງຊະນິດກໍສາມາດຊ່ວຍດັບກິ່ນຄາວຂອງປາໄດ້ ໂດຍສະໝຸນໄພທີ່ແນະນຳກໍ່ຄື: ຫົວສີໄຄ ແລະຫົວຜັກບົ່ວແດງລອງໃສ່ສອງສິ່ງນີ້ລົງໄປຂະນະໜຶ້ງ ປາເບິ່ງເພາະສະໝຸນໄພຈະຊ່ວຍດັບກິ່ນຄາວປາໄດ້ເປັນຢ່າງດີ.

ຮຽບຮຽງໂດຍ: ຟ້າ