ໂຈລີ່ ຮັບບົດຊູເປີຮີໂຣ່ຍິງແຫ່ງຈັກກະວານມາຣເວລ

ນາງເອກຊຸບຕາແອງເຈ ລິນ່າໂຈລີ່ ກຽມຮັບບົດຮູບເງົາຊູ ເປີຮີໂຣຍິງເລື່ອງໃໝ່ຂອງຄ່າຍ ມາຣເວລ The Eternals ທີ່ສ້າງ ມາຈາກກາຕູນຍອດນິຍົມຊື່ເລື່ອງ ດຽວກັນຂອງແຈ໊ກ ເກຄີຣບີ້ ທີ່ ອອກສາຍໃນປີ 1976 ກັບເລື່ອງລາວຂອງຊົນເຜົ່າລຶກລັບທີ່ມາປັກຫຼັກຢູ່ເທິງໂລກເມື່ອ 5 ລ້ານປີກ່ອນ.

ຊຶ່ງບັນດາອີເທີນອລຈະເຮັດໜ້າທີ່ຜູ້ພິທັກຄວາມດີໃນໂລກມະນຸດແລະຕໍ່ສູ້ກັບວາຍລ້າຍເດວຽນທີ່ສຳຄັນບອກເລີຍວ່າຄ່າຍມາຣ ເວລໄດ້ດາຣາເກດ A ຄື ໂຈລີ່ມາ ຮ່ວມໃນການສະແດງຮູບເງົາຈັກກະວານມາຣເວລ ຊຶ່ງຈະເຮັດໃຫ້ ມີມາຣເວລຊູເປີຮີໂຮ່ຍິງຫຼາຍຂຶ້ນ ຂະຫຍາຍຕະຫຼາດໄດ້ກວ້າງຂຶ້ນ ຫຼັງຈາກມີທັງ ບຣີ ລາສັນ(ກັບ ຕັນມາຣເວລ), ສະກາເລັດໂຢແຮນສັນ (ແບັກວິໂດ), ລູປີຕ້ານີຢອງ ໂກ້ (ໃນBlack Pamther) ມາແລ້ວຄາດວ່າຈະສ້າງລາຍໄດ້ມະ ຫາສານແນ່ນອນເພາະວ່າຮູບເງົາເທບນິຍາຍເລື່ອງ Maleficent ພາກທຳອິດກໍ່ສ້າງລາຍໄດ້ທົ່ວໂລກ ເຖິງ 758 ລ້ານໂດລາສະຫະລັດ ຈົນຕ້ອງມີພາກ 2 ຕາມມາໃນ ໄວໆນີ້.

 ນສພ ເສດຖະກິດ-ສັງຄົມ