ນະຄອນຫລວງ ເປີດຈໍາໜ່າຍເຂົ້າຄັງແຮແຊກແຊງລາຄາ 12.000 ກີບຕໍ່ກິໂລ

ພະແນກອຸດສາຫະກໍາ ແລະການຄ້າ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປີດການຈຳໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ໂດຍເຂົ້າສານໜຽວປະເພດ 2 ລາຄາ 12.000 ກີບ/ກິໂລ ມີຈໍານວນ 285 ໂຕນ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າ ນວ ໃຫ້ຮູ້ວ່າ: ສາເຫດທີ່ມີການເອົາເຂົ້າຄັງແຮອອກມາແຊກແຊງລາຄາກໍເນື່ອງຈາກວ່າລາຄາເຂົ້າກິນໃນທ້ອງຕະຫຼາດມີການເໜັງຕີງ ປັບຂຶ້ນລາຄາເກີນ 20% ຕາມທີ່ລະບຽບວ່າດ້ວຍເຂົ້າຄັງແຮມາເຖິງປະຈຸບັນເຂົ້າກິນທຸກປະເພດໄດ້ມີການປັບຂຶ້ນລາຄາ ຖ້າສົມທຽບໃສ່ 6 ເດືອນຕົ້ນປີ 2022 ເຫັນວ່າ ເຂົ້າກິນມີລາຄາເພີ່ມຂຶ້ນ 70-76% ເຊິ່ງການເໜັງຕີງຂອງລາຄາເຂົ້າກິນແມ່ນມີການປັບຂຶ້ນລາຄາຂຶ້ນເທື່ອລະນ້ອຍ ຫຼື ປັບຂຶ້ນທຸກໆເດືອນແຕ່ບໍ່ແມ່ນການປັບຂຶ້ນແບບກ້າວກະໂດດໂດຍສາເຫດທີ່ເຮັດໃຫ້ເຂົ້າກິນມີລາຄາເພີ່ມຂຶ້ນໃນປະຈຸບັນແມ່ນມາຈາກຄ່າແຮງງານເພີ່ມຂຶ້ນປະມານ 42,85% ຄ່າຄອງຊີບເພີ່ມຂຶ້ນຕາມອັດຕາເງິນເຟີ້ ຄ່າຂົນສົ່ງເພີ່ມຂຶ້ນປະມານ 20% ເຊິ່ງການສະໜອງເຂົ້າກິນເຫັນວ່າຍັງບໍ່ພຽງພໍກັບຄວາມຕ້ອງການປະມານ 30% (ຄາດຄະເນຄວາມຕ້ອງການເຂົ້າເປືອກ ປີ 2023 ເທົ່າກັບ 305.232 ໂຕນ/ປີ) ໄລຍະນີ້ຊາວນາບໍ່ຈຳໜ່າຍເຂົ້າອອກເນື່ອງຈາກໄດ້ສຳຮອງໄວ້ເພື່ອບໍລິໂພກເພາະວ່າເປັນລະດູການຜະລິດ.

ສະພາບລາຄາເຂົ້າກິນຢູ່ ນວ ໃນຕົ້ນປີ 2023 ເຫັນວ່າມີທ່າອ່ຽງເໜັງຕີງປັບຂຶ້ນລາຄາມາຮອດປະຈຸບັນລາຄາເຂົ້າເປືອກໜຽວ ລາຄາສະເລ່ຍ 6.800 ກີບ/ກິໂລ ສົມທຽບໃສ່ປີ 2022 ລາຄາສະເລ່ຍ 4.000 ກີບ/ກິໂລ ເຫັນວ່າເພີ່ມຂຶ້ນ 2.800 ກີບ/ກິໂລ ຫຼື ເທົ່າກັບ 70%, ເຂົ້າສານໜຽວປະເພດ 2 ລາຄາສະເລ່ຍ 12.750 ກີບ/ກິໂລ ສົມທຽບໃສ່ປີ 2022 ລາຄາສະເລ່ຍ 7.242 ກີບ/ກິໂລ ເຫັນວ່າເພີ່ມຂຶ້ນ 5.508 ກີບ/ກິໂລ ຫຼື ເທົ່າກັບ 76,05%.

ສໍາລັບການຈຳໜ່າຍແຊກແຊງລາຄາ ແລະດັດສົມຕະຫຼາດ ຢູ່ ນວ ຄັ້ງນີ້ແມ່ນຢູ່ຈຸດຈໍາໜ່າຍຂອງບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນວ ເຊິ່ງເລີ່ມເປີດຈໍາໜ່າຍແຕ່ວັນທີ 26 ກໍລະກົດ ຫາ 26 ສິງຫາ 2023 ແຕ່ເວລາ 8:00 ໂມງ-17:00 ໂມງ ຂອງວັນຈັນ-ວັນສຸກ.

ທີ່ມາ: VientianeMai