ເນື້ອໃນທີ່ແທ້ຈີງ! ເລື່ອງການສຳປະທານແຫຼ່ງທ່ອງທ່ຽວທົ່ງໄຫຫີນ

ທົ່ງໄຫຫີນ ເວົ້າໄດ້ວ່າເປັນມໍລະດົກທາງປະຫວັດສາດຂອງປະເທດເຮົາເມື່ອມີຂ່າວການສຶກສາສຳຫຼວດເພື່ອສຳປະທານຂອງເອກະຊົນຈຶ່ງເຮັດໃຫ້ຂ່າວນີ້ເປັນທີ່ສົນໃຈພໍສົມຄວນຈາກສັງຄົມໂດຍສະເພາະແມ່ນບັນດານັກຮຽນຮູ້ປັນຍາຊົນທັງຫຼາຍເພາະມີຄວາມຫວງແຫນ ແລະເປັນຫ່ວງເປັນໃຍເຖິງພາບຂອງທົ່ງໄຫຫີນຢ້ານຈະພິກປ່ຽນໄປ ນັ້ນບໍ່ແມ່ນເລື່ອງແປກທັ້ງນີ້ກໍ່ຍ້ອນຂ່າວທີ່ບັນດາສື່ໄດ້ລາຍງານໄປບໍ່ທັນໄດ້ລະບຸຊັດເຈນກ່ຽວກັບເນື້ອໃນໃຈຄວາມທີ່ຈະສຶກສາກວມເອົາສ່ວນໃດແດ່.

ຄວາມຈີງແລ້ວທົ່ງໄຫຫີນໃນຮູບແບບເດີມກໍ່ມີວິວທິດທັດທີ່ສວຍງາມຢູ່ແຕ່ແນ່ນອນເພື່ອເປັນການພັດທະນາແຂວງຊຽງຂວາງ ໂດຍສະເພາະສະຖານທີ່ແຫຼງທ່ອງທ່ອງທົ່ງໄຫຫີນ ໃຫ້ມີບັນຍາກາດຄຶກຄື້ນ ແລະດຶງດູດນັກທ່ອງທ່ຽວຫຼາຍຂຶ້ນຄວນຕ້ອງມີການປັບປຸງໃນບາງສ່ວນໃຫ້ສວຍງາມຂຶ້ນດັ່ງນັ້ນ,ທາງບໍລິສັດ ຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ເຫັນຄວາມສຳຄັນຄືດັ່ງກ່າວຈິ່ງໄດ້ເຂົ້າມາສຶກສາປູກຕົ້ນດອກຄາຍປ່າໃສ່ບໍລິເວນອ້ອມກໍ່ຄືເຂດນອກສະຖານທີ່ທ່ອງທ່ຽວທົ່ງໄຫຫີນຄາດວ່າຈະປູກທັງໝົດຈຳນວນ 1.000 ຕົ້ນ.

ດ້ວຍເຫດນີ້ໃນວັນທີ 20 ກໍລະກົດຜ່ານມາ ແຂວງຊຽງຂວາງຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການສຶກສາສຳຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ-ສຳປະທານ ແຫຼ່ງທ່ອງທ່ຽວໄຫຫີນໃນເຂດ2 ເຂດ3 ຢູ່ທົ່ງໄຫຫີນ ບ້ານອ່າງ,ບ້ານນາໂອ ເມືອງແປກ ແລະ ທົ່ງໄຫຫີນ 2,3 ຢູ່ບ້ານນາໂຄ ແລະບ້ານຊຽງດີ ເມືອງຜາໄຊ ແຂວງຊຽງຂວາງ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າ ເຊັ່ນ: ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະການລົງທຶນ, ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຮັບຜິດຊອບພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.