ໄທ ຄອງອັນດັບ 1 ຂອງນັກທ່ອງທ່ຽວເຂົ້າມາລາວໃນ 6 ເດືອນບັນລຸ 1,6 ລ້ານຄົນ

ອີງຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເປີດເຜີຍວ່າ: ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວແຕ່ເດືອນມັງກອນ ເຖິງ ເດືອນມິຖຸນາ 2023 ບັນລຸແລ້ວຫຼາຍກວ່າ 1,6 ລ້ານຄົນ ໃນນີ້ແຂກເຂົ້າມາທ່ຽວລາວຫຼາຍທີ່ສຸດປະກອບມີ:

- ຣາຊະອານາຈັກໄທ 668.595 ຄົນ;
- ສສ.ຫວຽດນາມ 398.937 ຄົນ;
- ສປ ຈີນ 317.604 ຄົນ;
- ສ.ເກົາຫຼີ 72.958 ຄົນ;
- ອາເມລິກາ 30.455 ຄົນ;
- ຣັດເຊຍ 23.543 ຄົນ;
- ຝຣັ່ງ 18.794 ຄົນ;
- ອັງກິດ 18.145 ຄົນ;
- ຍີ່ປຸ່ນ 11.204 ຄົນ;
- ເຢຍລະມັນ 10.143 ຄົນ.
ທີ່ມາ: ກົມພັດທະນາການທ່ອງທ່ຽວ