ໄຟຟ້າ ຫົງສາ ຖວາຍທຽນພັນສາ ແລະຜ້າອາບນໍ້າຝົນ ໃຫ້ 15 ວັດ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມຖວາຍທຽນພັນສາ ແລະຜ້າອາບນໍ້າຝົນ ປະຈໍາປີ 2023 ເນື່ອງໃນວັນເຂົ້າພັນສາໃຫ້ກັບວັດພາຍໃນເມືອງຫົງສາ ແຂວງໄຊຍະບູລີ ຈໍານວນ 15 ວັດ ເຊັ່ນ: ວັດບ້ານນາແກ່ນຄໍາ, ວັດບ້ານຈໍາປາ, ວັດບ້ານວຽງແກ້ວ, ວັດບ້ານນາປຸງ, ວັດດອນໄຊ, ວັດບ້ານແທ່ນຄໍາ, ວັດບ້ານໂພນສູງ, ວັດບ້ານສີມຸງຄຸນ, ວັດບ້ານຈອມແຈ້ງ, ວັດບ້ານສີບຸນເຮືອງ, ວັດທົ່ງ, ວັດບ້ານໂພນຈັນ, ວັດບ້ານນາສ້ານ, ວັດບ້ານໂພນໄຊ ແລະວັດບ້ານຫານ ໃນລະຫວ່າງວັນທີ 23 ກໍລະກົດ - 1 ສິງຫາ 2023.

ໂດຍບໍລິສັດໄດ້ດຳເນີນການຖວາຍທຽນພັນສາ ແລະຜ້າອາບນໍ້າຝົນ ເປັນປະຈໍາທຸກປີ ໂດຍມີຈຸດປະສົງເພື່ອຖວາຍໃຫ້ພະສົງໃນແຕ່ລະວັດໄດ້ໃຊ້ປະໂຫຍດຈາກທຽນພັນສາ ແລະຜ້າອາບນໍ້າຝົນ ໃນຊ່ວງປະຕິບັດທໍາຢູ່ພາຍໃນວັດ ຕະຫຼອດໄລຍະເວລາ 3 ເດືອນ ຂອງການເຂົ້າພັນສາ.