ເປີດບໍລິການ ໄນຣ ສະປາ ຄົບວົງຈອນ

ຖືວ່າເປັນຂ່າວດີສຳລັບສາຍນວດ ທີ່ຕ້ອງການນວດຜ່ອນຄາຍ ນວດສະປາ,ນວດຕີນ ແບບຄົບວົງຈອນ ປະຈຸບັນ ທາງຮ້ານ Nice massage and spa999 ເປີດໃຫ້ບໍລິການແລ້ວ ພິເສດມີໝໍນວດມືອາຊີບທີ່ຮຽນຈົບດ້ານນີ້ສະເພາະພ້ອມປະສົບການລະດັບພີມຽມ.

ທ່ານ ນາງ ວິໄລພອນ ບຸນນະປານ ເຈົ້າຂອງຮ້ານໃຫ້ຮູ້ວ່າ: ທີ່ມາ ແລະ ແຮງບັນດານໃຈທີ່ເປີດຮ້ານຂຶ້ນມາກໍຄືສົ່ງເສີມຍົກສູງຄຸນນະພາບຂອງວົງການນວດໃນລາວ ເພາະວ່າພວກເຮົາບໍ່ແມ່ນພຽງແຕ່ການໃຫ້ບໍລິການແຕ່ຈະເປັນສູນທາງດ້ານໃຫ້ຄວາມຮູ້ຂອງການນວດ ແລະສຸຂະພາບຮ່າງກາຍທີ່ດີທີ່ເປັນມືອາຊີບ.

ສຳລັບການບໍລິການຂອງພວກເຮົາຈະເນັ້ນການປິ່ນປົວເຊັ່ນວ່າ: ການນວດແກ້ອາການ, ການນວດຫົວແກ້ອາການນອນບໍ່ຫລັບເສັ້ນພິກ ຫຼືອື່ນໆ ນອກຈາກນັ້ນກໍຍັງມີລາຍການຜ່ອຍຄາຍ ແລະຄວາມງາມເຊັ່ນ: ສະປາຜິວ ອົບໂຕ ຂັດຜິວ ອາບນໍ້າແລ່ເເຊ່ນໍ້ານົມຂັດຫນ້ານວດຫນ້າ ແລະນວດອາໂຮມາ ແລະຍັງມີອີກຫລາກຫລາຍເຊີງເວົ້າໄດ້ວ່າມາທີ່ນີ້ທີ່ດຽວຄົບທັງສຸຂະພາບແລະຄວາມງາມ ແລະ ຫມໍນວດກໍເປັນລະດັບອາຈານແພັດແຜນໄທທີ່ໃຫ້ທັງຄວາມຮູ້ແລະແກ້ໄຂຖຶກຈຸດຕ່າງໆສາມາດໃຫ້ຄຳປຶກສາໄດ້.

ທາງຈຸດພິເສດຂອງຮ້ານແມ່ນເຮົາເນັ້ນການບໍລິການ ແລະການນວດແບບມືອາຊີບແລະພ້ອມດ້ວຍບັນຍາກາດຂອງຮ້ານພວກເຮົາມີການຈັດລະບຽບກໍຄືສະອາດສະອ້ານງາມຕາແລະຜ່ອນຄາຍທີ່ສຸດກ້ວາງຂວາງມີຄວາມທັນສະໄຫມຫລາຍຂື້ນຖຶວ່າເປັນຮ້ານທີ່ໃຫຍ່ ແລະມີຄຸນນະພາບສູງທີ່ສຸດໃນວຽງຈັນກໍວ່າໄດ້.

ສຸດທ້າຍຝາກເຖິງລູກຄ້າບໍ່ວ່າທ່ານຈະອິດເມື່ອຍ ແລະມີຄວາມຄຽດໃດກໍຕາມທາງຮ້ານ Nice massage & spa ຂອງພວກເຮົາມີຄວາມຍິນດີດູແລທ່ານທີ່ສຸດດ້ວຍການບໍລິການຢ່າງຈິງໃຈສຸຂະພາບທີ່ດີບໍ່ມີຂາຍຖ້າຢາກຜ່ອນຄາຍ ແລະຮ່າງກາຍທີ່ດີຕ້ອງມາຫາທີ່ Nice massage and spa999 ສະຖານທີ່ຕັ້ງຢູ່ບ້ານອານຸຖະຫນົມ ສາມແສນໄທ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ