ອາຊຽນ-ເອດີບີ ເລີ່ມສະໜັບສະໜູນ ໂຄງການພື້ນຖານໂຄງລ່າງ “ຂຽວ”

ລັດຖະບານບັນດາປະເທດອາຊຽນ ພ້ອມ ດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາໄດ້ເລີ່ມເຄື່ອນ ໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍ ກວ່າ 1 ຕື້ໂດລາ ເຂົ້າໃນບັນດາໂຄງການພັດທະ ນາພື້ນຖານໂຄງລ່າງຢູ່ 10 ປະເທດອາຊຽນ.

ຕາມຂ່າວສານຫວຽດນາມລາຍງານໃນ ທ້າຍອາທິດທີ່ຜ່ານມາວ່າ ລັດຖະບານບັນດາ ປະເທດອາຊຽນ ພ້ອມດ້ວຍທະນາຄານພັດທະ ນາອາຊີ (ADB) ແລະບັນດາຜູ້ອຸປະຖໍາການ ພັດທະນາໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນ ໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ໂດລາ ເຂົ້າບັນ ດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດອາຊຽນ. ຂໍ້ລິເລີ່ມກົນໄຫກການເງິນພື້ນ ຖານໂຄງລ່າງຂຽວ ອາຊຽນ ໄດ້ເລີ່ມຕົ້ນຢູ່ກອງ ປະຊຸມຂອງບັນດາລັດຖະມົນຕີການເງິນ ແລະຜູ້ ວ່າການທະນາຄານສູນກາງອາຊຽນທີ່ໄດ້ດໍາ ເນີນໃນລະຫວ່າງວັນທີ 4-5 ເມສາ ຢູ່ນະຄອນ ຊຽງຣາຍ, ທາງພາກເໜືອຂອງໄທ. ກົນໄກໃໝ່ ດັ່ງກ່າວ ຈະສະໜອງບ້ວງເງິນກູ້ຢືມ ແລະໜູນ ຊ່ວຍທາງດ້ານເຕັກນິກທີ່ຈໍາເປັນໃຫ້ແກ່ບັນດາ ໂຄງການພື້ນຖານໂຄງລ່າງ “ຂຽວ”.

ທ່ານ Takehiko Nakao ຜູ້ອໍານວຍການ ທະນາຄານ ADB ໃຫ້ຮູ້ວ່າ ຜ່ານກົນໄກໃໝ່ ນີ້, ທະນາຄານ ADB “ຈະໜູນຊ່ວຍລັດຖະ ບານບັນດາປະເທດອາຊຽນພັດທະນາບັນດາ ໂຄງການພື້ນຖານໂຄງລ່າງຂຽວ ແລະເປັນມິດ ກັບສິ່ງແວດລ້ອມ, ປະກອບສ່ວນຕ້ານການປ່ຽນແປງຂອງດິນຟ້າອາກາດ, ປັບປຸງຄຸນນະ ພາບຂອງອາກາດ, ນໍ້າ ແລະຫຼຸດຜ່ອນການຊຸດໂຊມຂອງສິ່ງແວດລ້ອມໃນພາກພື້ນ”.

ນສພ ເສດຖະກິດ-ສັງຄົມ