ຫວຽດນາມສົ່ງອອກໄປຍັງ CPTPP ເພີ່ມຂຶ້ນ

ກະຊວງອຸດສາຫະກຳການ ຄ້າຂອງ ສສ ຫວຽດນາມ ລະບຸ ກ່ຽວກັບສະພາບການຜະລິດອຸດ ສາຫະກຳ ແລະບັນດາການເຄື່ອນ ໄຫວ ການຄ້າຕົ້ນປີ 2019 ວ່າຫວຽດນາມສົ່ງອອກໄປຍັງປະ ເທດສະມາຊິກ CPTPP ເພີ່ມສູງຂຶ້ນ.

ຕາມຂ່າວສານຫວຽດນາມ ລາຍງານວ່າ ໃນ 2 ເດືອນ ຕົ້ນປີນີ້ ຫວຽດນາມໄດ້ສົ່ງອອກສິນຄ້າ ໄປຍັງຍີປຸ່ນລວມມູນຄ່າ 2,9 ຕື້ໂດລາສະຫະລັດ, ສົ່ງອອກສິນ ຄ້າໄປຍັງການາດາບັນລຸກວ່າ 500 ລ້ານໂດລາ ສູງກວ່າ 370 ລ້ານໂດລາຂອງ 2 ເດືອນຕົ້ນປີ 2018. ເປັນໜ້າສົນໃຈແມ່ນໃນ 2 ເດືອນຕົ້ນປີນີ້ ກໍໄດ້ມີໜັງສືຢັ້ງຢືນ ຕົ້ນກຳເນີດ (CO) 269 ສະບັບ ຕາມແບບຟອນສັນຍາ CPTPPອອກໃຫ້ນັບແຕ່ເວລາສັນຍາສະບັບນີ້ມີຜົນສັກສິດກັບຫວຽດນາມ. ທ່ານ ໂງຈຸງແຄງຮອງຫົວໜ້າກົມ ນະໂຍບາຍການຄ້າຫຼາຍຝ່າຍກະຊວງອຸດສາຫະກຳການຄ້າຫວຽດນາມໃຫ້ຮູ້ວ່າ: “ໃນໜັງ ສືຢັ້ງຢືນຕົ້ນກຳເນີດ (CO) 269 ສະບັບ ກໍມີ 219 ສະບັບ ແມ່ນອອກ ໃຫ້ໄປການາດາ. ພວກເຮົາໄດ້ເຫັນ ມີຈຳນວນວິສາຫະກິດຫຼວງຫຼາຍ ໄດ້ຮູ້ນຳໃຊ້ທ່າດີ ແລະມຸ່ງໄປສູ່ຕະຫຼາດການາດາ.

ສຳລັບຕະຫຼາດເມັກຊິກ ມີ 14 ສະບັບ ແລະ ເປຣູແມ່ນ 8 ສະບັບ. ເປັນອັນວ່າ ວິສາຫະກິດຫວຽດ ນາມໄດ້ຮູ້ເຖິງໂອກາດທີ່ດີຈາກສັນ ຍາສະບັບນີ້ ”.

ນສພ ເສດຖະກິດ-ສັງຄົມ