ອີຢູ-ຈີນ ເພີ່ມຄວາມຮ່ວມມືດ້ານການຄ້າ-ການລົງທຶນ

 ຜູ້ນຳສະຫະພາບເອີຣົບ (ອີຢູ) ຈະເຂົ້າຮ່ວມກອງປະຊຸມສຸດ ຍອດກັບ ທ່ານ ຫຼີ່ ເຄີ້ສຽງ ນາຍົກ ລັດຖະມົນຕີຂອງ ສປ ຈີນ ໃນອາ ທິດນີ້ ທີ່ນະຄອນຫຼວງບຸກແຊນ ເນັ້ນສະໜັບສະໜູນການຄ້າ ແລະ ການລົງທຶນ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ອີຢູ ພະຍາຍາມຊຸກຍູ້ໃຫ້ ຈີນເປີດຕະຫຼາດຮັບສິນຄ້າຈາກ ອີຢູ ຫຼາຍກວ່ານີ້ ຫຼັງຈາກຈີນລໍຖ້າ ທີ່ຈະປະຕິບັດຕາມຄຳຂໍຂອງອີຢູ ກ່ຽວກັບການຫຼຸດມາດຕະການອຸດ ໜູນຜູ້ປະກອບການໃນຂະແໜງອຸດ ສາຫະກຳຕ່າງໆຂອງຈີນ ແລະເປີດຕະຫຼາດຈີນໃຫ້ບໍລິສັດຕ່າງປະເທດເຂົ້າໄປລົງທຶນຫຼາຍຂຶ້ນ, ນອກຈາກນີ້ ອີຢູ ຍັງມີຄວາມເປັນ ຫ່ວງຫຼາຍຂຶ້ນຈາກການທີ່ບໍລິສັດ ຂອງຈີນເຂົ້າໄປຊື້ກິດຈະການ ຕ່າງໆໃນສະຫະພາບເອີຣົບ ຢ່າງ ໃດກໍຕາມ ໃນຮ່າງຄຳຖະແຫຼງຂອງ ຜູ້ນໍາ ອີຢູ ບົ່ງບອກວ່າ ຈີນ ແລະອີຢູໜ້າຈະສາມາດຕົກລົງກັນໄດ້ພາຍໃນລະດູຮ້ອນປີນີ້ກ່ຽວກັບມາດ ຕະການທີ່ຈະນໍາໄປສູ່ການເປີດຕະ ຫຼາດຫຼາຍຂຶ້ນຂອງທັງສອງຝ່າຍ ແລະຄາດວ່າ ຈະເລີ່ມມີການຍົກ ເລີກຂໍ້ກີດກັ້ນທາງການຄ້າຕ່າງໆລະຫວ່າງກັນໄດ້ໃນກອງປະຊຸມສຸດ ຍອດ ອີຢູ-ຈີນໃນປີ 2020.

ອີຢູ ມີຂະໜາດເສດຖະກິດຂອງ ປະເທດສະມາຊິກ 28 ປະເທດ ລວມກັນຢູ່ທີ່ 15 ພັນຕື້ໂດລາສະ ຫະລັດ ກຳລັງພົບກັບບັນຫາໃນການສ້າງເອກະພາບພາຍໃນກຸ່ມ ໂດຍສະເພາະດ້ານການລົງທຶນ ຈາກຕ່າງປະເທດ ເຮັດໃຫ້ຈີນ ເຮັດຂໍ້ຕົກລົງດ້ານການລົງທຶນເປັນ ແຕ່ລະປະເທດແທນ.

ນສພ ເສດຖະກິດ-ສັງຄົມ