ວາງສີລາລຶກກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານກ້ານ

ໃນວັນທີ 9 ສິງຫາ 2023 ທີ່ໂຮງຮຽນປະຖົມສົມບູນ ບ້ານກ້ານ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການກໍ່ສ້າງ ແລະວາງສີລາລຶກ ການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນ ບ້ານກ້ານ, ເມືອງຊໍາເໜືອ, ແຂວງຫົວພັນ ໂດຍການຮ່ວມມື ລະຫວ່າງສະມາຄົມມິດຕະ ພາບ ລາວ - ສ.ເກົາຫຼີ ແລະ ສະມາຄົມມິດຕະພາບ ສ. ເກົາ ຫຼີ - ລາວ, ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງ ເມືອງຊໍາເໜືອ; ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາ ຄົມມິດຕະພາບ ລາວ-ສ.ເກົາ ຫຼີ ແລະ ທ່ານ ໂອ ມຽງ ຮວັນ ປະທານສະມາຄົມມິດຕະ ພາບ ສ.ເກົາຫຼີ - ລາວ, ບໍລິສັດມິ່ງຄໍາແດງກໍ່ສ້າງຈໍາກັດຜູ້ດຽວ ຊຶ່ງເປັນຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍອໍານາດການປົກ ຄອງບ້ານ, ຄູ,ນັກຮຽນ ແລະປະຊາຊົນບ້ານກ້ານເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນການເຊັນສັນຍາກໍ່ສ້າງ ແລະການວາງສີລາລືກໂຄງການດັ່ງກ່າວຄືໃນຕອນບ່າຍຂອງວັນທີ 8 ສິງຫາ 2023 ຄະນະຜູ້ແທນຂອງສອງສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ ແລະ ສ. ເກົາຫຼີ-ລາວ ກໍໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງແຂວງຫົວພັນເພື່ອລາຍງານຈຸດປະສົງການມາຢ້ຽມຢາມແຂວງຫົວພັນໃນຄັ້ງນີ້ແມ່ນເພື່ອມາຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມບູນບ້ານກ້ານ, ເມືອງຊໍາເຫນືອ, ແຂວງຫົວພັນ. ທ່ານເຈົ້າແຂວງກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ໂດຍສະເພາະສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂອ ມຽງ ຮວັນ ທີ່ໄດ້ເອົາໃຈໃສ່ແລະພະຍາຍາມໃຫ້ການຊ່ວຍ ເຫຼືອ ສປປ ລາວ ຫຼາຍດ້ານໃນໄລຍະທີ່ຜ່ານມາໂດຍສະເພາະ ຕໍ່ການຊ່ວຍເຫຼືອການກໍ່ສ້າງໂຮງຮຽນປະຖົມບ້ານກ້ານ.

ໂຄງການດັ່ງກ່າວນີ້ໄດ້ຮັບທຶນຊ່ວຍເຫຼືອລ້າຈາກສະມາຄົມມິດຕະພາບ ສ. ເກົາຫຼີ - ລາວ ໃນມູນຄ່າ 67.000 ໂດລາສະຫະລັດ ສຳລັບການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນ ຊຶ່ງປະກອບດ້ວຍ 6 ຫ້ອງ, ລວມມີ 5 ຫ້ອງຮຽນ, 1 ຫ້ອງການອໍານວຍການ ແລະຫ້ອງການຄູ; ຫ້ອງນໍ້າແຍກຍິງ-ຊາຍ 1 ຫຼັງ; ປັບປຸງເສັ້ນທາງເຂົ້າຫາໂຮງຮຽນ, ຮົ້ວ, ລະບົບລະບາຍນໍ້າຝົນ, ຮ່ອງລະບາຍນໍ້າເປື້ອນ, ນໍ້າບາດານ, ປໍ້ານໍ້າ, ຖັງເກັບນໍ້າ, ເດີ່ນຈັດກິດຈະກໍາມ່ວນຊື່ນ, ສວນດອກໄມ້ ແລະອື່ນໆ. ສໍາ ລັບເຄື່ອງເຟີນີເຈີປະກອບດ້ວຍໂຕະ-ຕັ່ງຄູ, ໂຕະນັກຮຽນ, ມ້ານັ່ງ, ກະດານດໍາແມ່ນພັນທະປະກອບສ່ວນຂອງເມືອງຊໍາເໜືອ. ການກໍ່ສ້າງຈະດຳເນີນໄປພາຍໃນໄລຍະເວລາ 5 ເດືອນຄື ນັບແຕ່ວັນທີ 1 ຕຸລາ 2023 ແລະຈະສໍາເລັດໃນວັນທີ 29 ກຸມພາ 2024.

ໃນໂອກາດນີ້ທ່ານ ໂອ ມຽງ ຮວັນ ປະທານສະມາຄົມມິດຕະ ພາບ ສ.ເກົາຫລີ-ລາວ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າພາຍຫຼັງການກໍ່ສ້າງສຳເລັດ ແລະມອບອາຄານຮຽນໃຫ້ອຳນາດການປົກຄອງ ທີ່ກ່ຽວຂ້ອງແລ້ວ ທາງສະມາຄົມມິດຕະພາບສ.ເກົາຫຼີ-ລາວ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຄູສອນດີ ແລະນັກຮຽນເກັ່ງໃນແຕ່ລະປີຕື່ມອີກ.
ກ່ອນຫນ້ານີ້ສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ກໍໄດ້ຊ່ວຍສະໜັບສະໜູນທືນກໍ່ສ້າງໂຮງຮຽນສອງຫຼັງແລ້ວຄືໂຮງຮຽນປະຖົມສົມບູນບ້ານຫ້ວຍລ້າ, ເມືອງສັງທອງ ແລະໂຮງຮຽນລ້ຽງເດັກ-ອານຸບານບ້ານຊຽງແລນາ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ.

ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນ ບ້ານກ້ານ ເປັນຫຼັງທີ 3, ຊຶ່ງແມ່ນໝາກຜົນແຫ່ງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈຂອງກອງປະຊຸມປະຈໍາປີຄັ້ງທີ XII ລະຫວ່າງສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ແລະສະມາຄົມມິດຕະພາບ ສ.ເກົາຫຼີ -ລາວ ທີ່ນະຄອນຫຼວງເຊອູນ, ສ. ເກົາຫຼີ ໃນເດືອນເມສາ 2023 ແລະ ບົນພື້ນຖານການຢ້ຽມຢາມໂຮງຮຽນແຫ່ງນີ້ຂອງສອງສະມາຄົມມິດຕະ ພາບ 2 ຄັ້ງທີ່ຜ່ານມາຄື: ໃນປີ 2019, ປີ 2022 ແລະ ໂດຍການຕົກລົງເຫັນດີຂອງ 6 ພາກສ່ວນຄືສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ, ສະມາຄົມມິດຕະພາບລາວ-ສ.ເກົາຫຼີ, ກົມການທູດປະຊາຊົນຄະນະພົວພັນຕ່າງປະເທດສູນກາງພັກ, ພະແນກການຕ່າງປະເທດ ແຂວງຫົວພັນ, ນາຍບ້ານບ້ານກ້ານ ແລະ ຜູ້ອໍານວຍການໂຮງຮຽນປະຖົມສົມບູນບ້ານກ້ານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບ້ານກ້ານ ແລະ ອໍານາດການປົກຄອງແຂວງຫົວພັນ; ອັນໄດ້ເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ກໍ່ຄືລະຫວ່າງສະມາຄົມມິດຕະພາບລາວ-ສ.ເກົາຫຼີ ແລະສະມາຄົມມິດຕະພາບສ.ເກົາຫຼີ-ລາວ.
ຂ່າວ: ຣັດສະໝີ ດວງສັດຈະ