ໂທດ ແລະປະໂຫຍດຂອງການກິນໜໍ່ໄມ້

ໜໍ່ໄມ້ມີຫຼາກຫຼາຍສາຍພັນທີ່ເຮົາສາມາດບໍໂພກໄດ້ເຊັ່ນ: ໜໍ່ໄລ່, ໜໍ່ຊາງ, ໜໍ່ໄຜ່, ໜໍ່ຂົມ, ໜໍ່ຫົກ ແລະອື່ນໆ ທີ່ມີຄວາມແຕກຕ່າງກັນທາງດ້ານລັກສະນະ ແລະ ຂະໜາດ ລວມເຖິງລົດຊາດຂອງມັນ, ຄົນນິຍົມນຳມາປຸງແຕ່ງເມນູອາຫານໄດ້ຫຼາກຫຼາຍຢ່າງ ແຕ່ໜໍ່ໄມ້ເປັນໜຶ່ງໃນລາຍຊື່ອາຫານທີ່ຄົນສ່ວນຫຼາຍເຊື່ອວ່າ ເປັນອາຫານທີ່ບໍ່ຄ່ອຍຈະມີປະໂຫຍດຕໍ່ຮ່າງກາຍ, ສະນັ້ນເພື່ອໄຂຂໍ້ຂ້ອງໃຈເຮົາມາເບິ່ງກັນວ່າໂທດ ແລະປະໂຫຍດຂອງໜໍ່ໄມ້ມີຫຍັງແດ່?

ໜໍ່ໄມ້ເປັນອາຫານທີ່ຜູກພັນກັບວິຖີຊີວິດຂອງຄົນລາວມາດົນນານສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍເມນູ ເຊັ່ນ: ແກງໜໍ່ໄມ້, ໝົກ, ເອາະ ແລະຊຸບໜໍ່ໄມ້ເປັນຕົ້ນ, ເຊິ່ງແຕ່ລະເມນູໃນແຕ່ລະທ້ອງຖິ່ນຈະມີຄວາມແຕກຕ່າງກັນດ້ານວິທີ ແລະສ່ວນປະສົມໃນການປຸງແຕ່ງ. ໃນນີ້ບໍ່ວ່າທ່ານຈະນຳມາປຸງເປັນອາຫານໃດກໍ່ຕາມພວກເຮົາຄວນຄຳນຶງເຖິງໂທດ ແລະປະໂຫຍດຂອງມັນ,ການນຳໜໍ່ໄມ້ມາບໍລິໂພກນັ້ນຫາກເລືອກກິນໃນປະລິມານທີ່ພໍດີ, ວິທີນຳມາປຸງແຕ່ງທີ່ເໝາະສົມກໍ່ຈະໃຫ້ປະໂຫຍດແກ່ຮ່າງກາຍ. ດັງນັ້ນ, ທຸກຄັ້ງທີ່ຈະນຳມາປຸງແຕ່ງໜໍ່ໄມ້ຕ້ອງຜ່ານການຕົ້ມໃຫ້ສຸກກ່ອນຢ່າງໜ້ອຍໃຊ້ເວລາ 10 ນາທີ ເພາະອາດຈະມີການປົນເປື້ອນສານໄຊຍາໄນທີ່ມີອັນຕະລາຍຕໍ່ສຸຂະພາບ, ຫາກຮ່າງກາຍໄດ້ຮັບສານນີ້ໃນປະລິມານຫຼາຍອາດຈະເປັນອັນຕະລາຍເຖິງຊີວິດໄດ້, ສຳລັບໜໍ່ໄມ້ດອງຖ້າຂັ້ນຕອນການດອງບໍ່ສະອາດພຽງພໍຈະກໍ່ໃຫ້ເກີດເຊື້ອແບັດທີເຣຍ Clostridium botulinum ຫາກນຳມາປຸງແຕ່ງອາຫານດ້ວຍຄວາມຮ້ອນທີ່ບໍ່ພຽງພໍ, ຈະເຮັດໃຫ້ມີອາການຖອກທ້ອງ, ເມື່ອຍ, ເລີ່ມຊຶມຈາກລະບົບທາງເດີນອາຫານສູ່ລະບົບປະສາດອາດສົ່ງຜົນກະທົບຕໍ່ການເຮັດວຽກຂອງກ້າມຊີ້ນສ່ວນຕ່າງໆຂອງຮ່າງກາຍ ເຊັ່ນ: ກ້າມຊີ້ນໃບໜ້າ, ກ້າມຊີ້ນແຂນຂາອ່ອນເພຍ, ຫາຍໃຈບໍ່ອອກ ແລະອາດເປັນຕະລາຍເຖິງຊີວິດໄດ້. ເຖິງໜໍ່ໄມ້ທີ່ສະອາດ ແລະ ປຸງສຸກດ້ວຍຄວາມຮ້ອນປອດສານຕ່າງໆແລ້ວກໍ່ຕາມ ແຕ່ຍັງມີຜູ້ປ່ວຍບາງພະຍາດທີ່ບໍ່ຄວນບໍລິໂພກໜໍ່ໄມ້ໃນປະລິມານທີ່ຫຼາຍເກີນໄປ ເຊັ່ນ: ຜູ້ທີ່ເປັນພະຍາດໝາກໄຂ່ຫລັງ.

ຈາກການລາຍງານຂອງ Food Standards Australia New Zealand (FSANZ) ປີ 2004 ກ່າວວ່າໃນໂລກມີໜໍ່ໄມ້ປະມານ 1.200 ພັນ ແຕ່ສາມາດບໍລິໂພກໄດ້ສ່ວນໜ້ອຍ, ໃນແຕ່ລະພັນມີລະດັບສານໄຊຍາໄນຕາມທຳມະຊາດທີ່ແຕກຕ່າງກັນ, ບາງຊະນິດພົບວ່າມີປະລິມານສານໄຊຍາໄນສູງເຖິງ 8.000 mg/kg, ສ່ວນພັນທີ່ສາມາດນຳມາບໍລິໂພກໄດ້ມີໄຊຍາໄນສະເລ່ຍ 1.000 mg/kg ດ້ວຍເຫດນີ້ທຸກຄັ້ງທີ່ນຳໜໍ່ໄມ້ມາບໍລິໂພກຈຶ່ງຈຳເປັນຕ້ອງຄຳນຶງເຖິງຄວາມສະອາດ ແລະຜ່ານການຕົ້ມໃຫ້ສຸກດີເສຍກ່ອນ, ຖ້າພວກເຮົາປະຕິບັດຕາມທີ່ກ່າວມານັ້ນຮ່າງກາຍກໍຈະໄດ້ຮັບສິ່ງທີ່ດີ ແລະມີປະໂຫຍດ.

ນອກນີ້ຍັງມີຜູ້ປ່ວຍບາງພະຍາດສາມາດຮັບປະທານໄດ້ເຊັ່ນ: ຜູ້ປ່ວຍພະຍາດເບົາຫວານ, ພະຍາດຕັບ, ຄົນທີ່ມີບາດແຜຫຼັງເກີດລູກ, ນອກຈາກນີ້ແລ້ວໜໍ່ໄມ້ຍັງບໍ່ສາມາດເພີ່ມຄວາມສ່ຽງຕໍ່ການເກີດມະເຣັງໄດ້ ແຕ່ຍັງມີກາກໄຍອາຫານສູງ ຊ່ວຍຫຼຸດຄວາມສ່ຽງການເກີດອາການຖອກທ້ອງ, ທີ່ສຳຄັນໜໍ່ໄມ້ມີແຄລຣໍລີຕ່ຳຈຶ່ງເໝາະກັບຄົນທີ່ກຳລັງຄວບຄຸມນໍ້າໜັກ, ນອກຈາກນີ້ຍັງມີໂປຣຕີນ, ໂພແທັກຊ້ຽມ, ວິຕາມິນເອ ແລະ ແຄລຊ້ຽມອີກດ້ວຍ. ໜໍ່ໄມ້ຍັງຊ່ວຍໃຫ້ຮ່າງກາຍຜະລິດກົດອາມີໂນທີ່ຈຳເປັນຕໍ່ຮ່າງກາຍ, ທາງການແພດແຜນຈີນກ່າວວ່າໜໍ່ໄມ້ມີສັບພະຄຸນຊ່ວຍປັບຄວາມສົມດຸນໃນຮ່າງກາຍ ແລະຊ່ວຍແກ້ອາການຮ້ອນຕ່າງໆໄດ້ດີ.

ນັກວິໄຈຊາວອິນເດຍກ່າວວ່າ: ການທີ່ຜູ້ບໍລິໂພກຄຳນຶງເຖິງບັນຫາສຸຂະພາບຫຼາຍຂຶ້ນເປັນສິ່ງກະຕຸ້ນການເຕີບໂຕທາງດ້ານການໃຫ້ຄວາມສຳຄັນກັບສ່ວນປະສົມຂອງອາຫານທີ່ມີສັບພະຄຸນເປັນຢາ ພ້ອມທັງກ່າວວ່າ ໜໍ່ໄມ້ສາມາດເປັນສ່ວນປະສົມຂອງອາຫານເພື່ອສຸຂະພາບ, “ໜໍ່ໄມ້” ບໍ່ພຽງແຕ່ມີລົດຊາດແຊບເທົ່ານັ້ນ ແຕ່ຍັງອຸດົມໄປດ້ວຍສ່ວນປະກອບຂອງສານອາຫານທີ່ມີໂປຕີນເປັນສ່ວນໃຫຍ່, ຄາໂບໄຮເດດ, ເກືອແຮ່, ໃຍອາຫານ, ນໍ້າຕານ ແລະໄຂມັນຕໍ່າເຊິ່ງມີຄຸນຄ່າຂອງສານອາຫານໃນໜໍ່ໄມ້ປະລິມານ 100g ຈະມີແຄລໍລີ Kcal 27, ໄຂມັນທັງໝົດ 0,3 g, ໄຂມັນອີ່ມຕົວ 0,1g, ໄຂມັນບໍ່ອີ່ມຕົວ 0,1g, ໂຊດ້ຽມ 4 mg, ໂພແທສຊ້ຽມ 533 mg, ຄາໂບໄຮເດດ 5g, ເສັ້ນໄຍອາຫານ 2,2g, ນ້ຳຕານ 3 g, ໂປຕີນ 2,6 g, ວິຕາມິນເອ 20 IU ແລະ ແຄລຊ້ຽມ 13 mg ທັງໝົດນີ້ລ້ວນແລ້ວແຕ່ເປັນສິ່ງທີ່ມີປະໂຫຍດຕໍ່ຮ່າງກາຍ.

ຢ່າງໃດກໍຕາມການບໍລິໂພກໜໍ່ໄມ້ຕ້ອງຄຳນຶງວ່າໜໍ່ໄມ້ທີ່ມີປະໂຫຍດຕ້ອງເປັນໜໍ່ທີ່ສຸກແລ້ວທີ່ສຳຄັນຄວນຮັບປະທານໃນປະລິມານທີ່ທີ່ເໝາະສົມ ແລະທີ່ສຳຄັນຄວນເລືອກກິນອາຫານທີ່ຫຼາກຫຼາຍຈະດີກວ່າ.

ທີ່ມາ ພາເຂົ້າລາວ