ຕວັກກີກຽມເປີດໃຊ້ສະໜາມບິນໃໝ່ໃຫຍ່ທີ່ສຸດໃນໂລກ

 

 ທາງການຕວັກກີກຽມເປີດການນໍາໃຊ້ສະໜາມບິນນານາຊາດແຫ່ງໃໝ່ທີ່ໃຫຍ່ທີ່ສຸດໃນໂລກຄາດວ່າ ຈະຮອງ ຮັບຜູ້ໂດຍສານໄດ້ 90 ລ້ານຄົນຕໍ່ປີ.ຕາມຂ່າວຕ່າງປະເທດລາຍງານວ່າ ທາງການຕວັກກີເຄື່ອນຍ້າຍອຸປະກອນຈາກສະໜາມບິນອະຕາເຕິກໃນນະ ຄອນອິສຕັນບູ ໄປຍັງສະໜາມບິນແຫ່ງໃໝ່ທີ່ກຳລັງຈະເປີດນໍາໃຊ້ ໂດຍສະໜາມບິນແຫ່ງໃໝ່ໃນນະຄອນອິສຕັນບູ ເປັນໜຶ່ງໃນຫຼາຍໂຄງການກໍ່ສ້າງຂະໜາດໃຫຍ່ຂອງລັດຖະບານຊຸດປະຈຸບັນ ໃຊ້ງົບປະມານໃນການກໍ່ສ້າງສູງ ເຖິງ 8 ຕື້ໂດລາສະຫະລັດ ຄາດວ່າຈະຮອງຮັບຜູ້ໂດຍສານໄດ້ເຖິງ 90 ລ້ານຄົນຕໍ່ປີ ຊຶ່ງໃກ້ຄຽງກັບຄວາມສາ ມາດໃນການຮອງຮັບຜູ້ໂດຍສານຂອງສະໜາບິນທີ່ໃຫຍ່ທີ່ສຸດໃນໂລກໃນປະຈຸບັນ ແຕ່ທາງການຕວັກກີຕັ້ງເປົ້າ ໝາຍຈະເພີ່ມເປັນ 200 ລ້ານຄົນໃນອະນາຄົດ.

ໂດຍຖ້ຽວບິນສຸດທ້າຍຈາກສະໜາມບິນອະຕາເຕິກໄດ້ອອກເດີນທາງໄປຍັງສິງກະໂປໃນວັນທີ 6 ເມສາທີ່ ຜ່ານມາ ກ່ອນປິດໃຫ້ບໍລິການ ເພື່ອກຽມຄວາມພ້ອມຂອງສະໜາມບິນແຫ່ງໃໝ່.

ນສພ ເສດຖະກິດ-ສັງຄົມ