ປີ້ງໄກ່ເຊໂນ ຂອງແທ້ຕ້ອງມີກາໝາຍການຄ້າ

ພາຍຫຼັງໄດ້ຮັບການຢັ້ງຢືນຈາກກົມຊັບສິນທາງປັນຍາກະຊວງອຸດສາຫະກຳ-ການຄ້າ ໃນການນຳໃຊ້ກາໝາຍການຄ້າ (ໂລໂກ້) ຂອງຜະລິດຕະພັນສິນຄ້າໂອດັອບປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດຊຶ່ງເປັນຜະລິດຕະພັນໜຶ່ງທີ່ມີຊື່ສຽງໂດ່ງດັງໄປທົ່ວປະເທດ ກໍຄືຕ່າງປະເທດ, ດັ່ງນັ້ນທາງພາກລັດ ແລະກຸ່ມການຜະລິດປີ້ງໄກ່ເຊໂນຈຶ່ງໄດ້ສະເໜີອອກກາໝາຍການຄ້າເພື່ອເປັນສັນຍາລັກຢັ້ງຢືນເຖິງຄຸນະພາບຂອງຜະລິດຕະພັນ ແລະຄວາມໝັ້ນໃຈຂອງຜູ້ບໍລິໂພກ.

ມາໃນວັນທີ 16 ສິງຫາ 2023 ຄະນະກຳມະການສິນຄ້າໂອດັອບຂັ້ນແຂວງຮ່ວມກັບເມືອງອຸທຸມພອນ ຊຶ່ງນຳໂດຍທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ພ້ອມຄະນະ, ໄດ້ສົມທົບກັບທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມພາກສ່ວນທີ່ກ່ຽວຂ້ອງ, ໄດ້ປຶກສາຫາລືພາຍຫຼັງທີ່ໄດ້ຮັບອະນຸມັດ ກາໝາຍການຄ້າ (ໂລໂກ້) ປີ້ງໄກ່ເຊໂນ, ເພື່ອຈະໄດ້ມອບໃຫ້ກຸ່ມການຜະລິດໃນການນຳໃຊ້ກາໝາຍດັ່ງກ່າວຢ່າງຖືກຕ້ອງ.

ການປຶກສາຫາລືຄັ້ງນີ້ໄດ້ເປັນເອກະພາບກັນເຊັ່ນ: ໃນສະມາຊິກ ຈຳນວນ 52 ຮ້ານ, ຕ້ອງໄດ້ກວດກາຄືນໃນເລື່ອງການບໍລິການໃຫ້ຖືກຕ້ອງຕາມຫຼັກສຸຂະອະນາໄມ ເປັນຕົ້ນ: ຄວາມສະອາດ, ຄວາມປອດໄພແກ່ຜູ້ບໍລິໂພກ ແລະສິ່ງສຳຄັນຕ້ອງແມ່ນໄກ່ລາດຂອງແທ້. ຈາກນັ້ນໃນການປຶກສາຫາລືຍັງໄດ້ຍົກໃຫ້ເຫັນເລື່ອງການຈັດກິດຈະກຳໃນວັນເປີດນຳໃຊ້ກາໝາຍທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້, ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງກາໝາຍການຄ້າດັ່ງກ່າວ.
ຂ່າວ-ພາບ: ສະຫວັນະເຂດ