ໂຮງຮຽນ ຄຳສານສຸລິໂຍສັກ ສະຫຼຸບຜົນການສອບເສັງປະຈຳປີ

ວັນທີ 17 ສິງຫາ 2023 ຜ່ານມາ ທີ່ໂຮງຮຽນ ຄຳສາຍ ສຸລິໂຍສັກ ຈັດພິທີສະຫຼຸບສອບເສັງ ປະຈຳປີ ໂດຍໃຫ້ກຽດເຂົ້າທ່ານ ນາງ ຈັນສະໝອນ ຄະນະສຶກສາເມືອງໄຊເສດຖາ ພ້ອມດ້ວຍຄະຕະຫຼອດຄູອາຈານ ແລະຜຄ້ປະຄອງເຂົ້າຮ່ວມ.

ໂຮງຮຽນ ຄຳສາຍ ສຸລິໂຍສັກ ມີອາຄານຮຽນ 2 ຫຼັງ ເປັນຕຶກ 3 ຊັ້ນ ລວມມີຫ້ອງ 30 ຫ້ອງ,ມີຄູ່ລວມທັງໝົດ 23 ຄົນຍິງ 19 ຄົນ,ນັກຮຽນຊັ້ນອານຸບານ ລວມ112 ຄົນ,ນັກຮຽນຊັ້ນປະຖົມລວມ 212 ຄົນ ແລະຊັ້ນມັດທະຍົມ 94 ຄົນ.

ດ້ານການຮໍ່າຮຽນນັກຮຽນທຸກຄົນໄດ້ແຂງຂັນກັນຮໍ່າຮຽນມາໂຮງຮຽນປົກກະຕິດີພ້ອມກັນຈົດກ່າຍບົດຮຽນ ແລະວິຊາຄົບຖ້ວນຍາດແຝງເອົາຄະແນນດີສາມາດໄດ້ຄະແນນສົມບູນ5ຂື້ນທຸກວິຊາລວມມີ .306 ຄົນ ຍິງ114.ຄົນ = 98,21% .

ຜ່ານການສອບເສັງປະຈຳປີ ສົກຮຽນ 2022-2023. ສາມາດສະຫຼຸບໄດ້ດັ່ງນີ້. ຜ່ານການສອບເສັງ ໄດ້ 100%, ມ2.ຜ່ານການສອບເສັງໄດ້ 100%, ມ3,21 ຜ່ານການສອບເສັງ ໄດ້ 100% ຜ່ານການສອບເສັງ ໄດ້ 95%ດ້ານວຽກງານການເຄື່ອນໄຫວກິດຈະກຳຕ່າງໆຕາມພາລະໜ້າທີ່ຮັບຜິດຊອບຂອງແຕ່ລະໜ່ວຍງານ. ທຸກຄົນເຮັດວຽກງານຕາມພາລະໜ້າທີ່ຂອງຕົນເອງຮັບຜິດຊອບເປັນຂະບວນດີນຳພານັກຮຽນຂອງຕົນພາຍໃນຫ້ອງເຄື່ອນໄຫວວຽກງານເປັນຕົ້ນ. ອະນາໄມຫ້ອງຮຽນ, ຂັ້ນໃດຂີ້ຫ້ອງເປັນຂະບວນດີ.

ໄດ້ນໍາພານັກຮຽນເຄົາລົບທຸງເຊົ້າວັນຈັນ ແລະແລງວັນສຸກບໍ່ຂາດໄດ້ມອບຂອງຂວັນໃຫ້ນັກຮຽນ, ເກ່ງທຸກໆເດືອນ ທີ່ໄດ້ຄະແນນ 5 ຂຶ້ນໄປ ແລະວິຊາການ 7 ທ…
ດ້ານແນວຄິດການເມືອງ.ຄູ-ນັກຮຽນທຸກຄົນມີແນວຄິດຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນເປັນຂະບວນດີ.ມີຄວາມສາມັກກຄີຮັກແພງ ຊ່ວຍເຫຼືອເຊີ່ງກັນແລະກັນ, ພ້ອມກັບສືກສາອົບຮົມນ້ອງນັກຮຽນແຕ່ລະຄົນມີຄວາມຮັບຜິດຊອບຕໍ່ລະບຽບຂອງໂຮງຮຽນເປັນຢ່າງດີມີທັດສະນະຫຼັກໝັ້ນຊົນຊັ້ນຮັກອາຊີບຂອງົນເອງ.

ດ້ານວຽກງານການສິດສອນ, ຮໍ່າຮຽນ. ກ. ດ້ານການສິດສອນ.ຄູທຸກຄົນຂື້ນຫ້ອງສິດສອນເປັນປົກກະຕິດີສົ່ງຄວາມຮູ້ໃຫ້ນ້ອງນັກຮຽນ. ເປັນລະບົບດີ, ກ່ອນຂື້ນຫ້ອງສອນແຕ່ລະຄົນແຕ່ງບົດສອນ, ຜ່ານບົດສອນຄົບຖ້ວນແລ້ວຈຶ່ງຂື້ນສິດສອນສະແດງອອກການກວດກາສອບເສັງປະຈຳເດືອນແລພາກຮຽນທີ 1 ນັກຮຽນບໍ່ຕົກຫຼາຍໃນວິຊາຕົນສອນໄດ້ທັງຄຸນນະພາບ ແລະ ປະລິມານພ້ອມນັ້ນຍັງຈັດຕັ້ງກັນສອນເພີ່ມວັນເສົາວິຊາທີ່ສຳຄັນທຸກເສົາ 98%. ພາຍໃນ 1 ສົກຮຽນ ນີ້ເຫັນວ່າຄູ ແລະ ນັກຮຽນທຸກຄົນປະຕິບັດໜ້າທີ່ວຽກງານຂອງຕົນເອງໄດ້ດີພໍສົມຄວນສາມາດຄິດປັນເປີ ເຊັນ= 95% .