791,7 ເຮັກຕາ ເນື້ອທີ່ນາ ເມືອງວິລະບູລີ ຖືກນໍ້າຖ້ວມ

ແຫລ່ງຂ່າວຈາກ ເມືອງວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 10-15 ສິງຫາ 2023 ຢູ່ເມືອງວິລະບູລີ ໄດ້ມີພະຍຸພັດເຂົ້າ ແລະຝົນຕົກແຮງ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າລໍາເຊ ຫລາຍສາຍເພີ່ມຂຶ້ນສູງ ແລະໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ, ຖ້ວມບ້ານເຮືອນຂອງປະຊາຊົນ ແລະລະບົບພື້ນຖານໂຄງລ່າງຂອງ ເມືອງວິລະບູລີ ຈຳນວນບໍ່ໜ້ອຍ.

ຜ່ານການຕິດຕາມ, ກວດກາ ແລະ ການເກັບກໍາຂໍ້ມູນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສາມາດສັງລວມໄດ້ວ່າ: ທົ່ວເມືອງວິລະບູລີ ມີເນື້ອທີ່ຖືກນໍ້າຖ້ວມທັງໝົດ 791,7 ເຮັກຕາ ກວມເອົາ 14,66% ຂອງເນື້ອທີ່ປູກເຂົ້າທັງໝົດ 5.400 ເຮັກຕາ (ເສຍຫາຍຕົວຈິງ 347,5 ເຮັກຕາ ), ຖ້ວມໜອງປາ 87 ໜອງ ແລະ ເນື້ອທີ່ສວນມັນຕົ້ນ 16 ເຮັກຕາ ຢູ່ໃນ 6 ກຸ່ມບ້ານ, ມີ 33 ບ້ານ ໃນທົ່ວເມືອງ. ສໍາລັບຜົນກະທົບຕໍ່ບ້ານ ແລະ ເຮືອນ ຂອງປະຊາຊົນ ແມ່ນປະກອບມີ 3 ບ້ານ, ມີ 192 ຫຼັງຄາເຮືອນ, ມີ 200 ຄອບຄົວ, ປະກອບມີ: ບ້ານນາຍົມ, ບ້ານທາດ ແລະ ບ້ານເລົ່າ-ທ່າ ແຕ່ບໍ່ໄດ້ຮັບຄວາມເສຍຫາຍເນື່ອງຈາກນໍ້າຖ້ວມສູງປະມານ 50 ຊັງຕີແມັດ ເທົ່ານັ້ນ. ນອກຈາກນີ້, ມີເສັ້ນທາງຕ່າງໆທີ່ນໍ້າໄດ້ຖ້ວມຂັງ ແລະ ເຊາະເຈື່ອນ ລວມມີ 11 ເສັ້ນ, ມີ 28 ຈຸດ ແລະ ດິນເຈື່ອນຖົມ 2 ຈຸດ ເປັນຕົ້ນແມ່ນເສັ້ນທາງ 28 A , ເສັ້ນທາງເລກ ທີ 10 ແລະ ເສັ້ນທາງລະຫວ່າງບ້ານ ຫາບ້ານ, ບ້ານຫາເມືອງ, ເຊິ່ງແຕ່ລະຈຸດ ແມ່ນບໍ່ສາມາດສັນຈອນໄປມາດ້ວຍລົດໄດ້, ແຕ່ມາຮອດວັນທີ 16 ສິງຫາ 2023 ລະດັບນໍ້າໃນແຕ່ລະຈຸດແມ່ນໄດ້ຫລຸດລົງ ແລະ ສາມາດແກ້ໄຂສັນຈອນໄປມາໄດ້ເກືອບທຸກຈຸດ. ສໍາລັບຜົນກະທົບທາງດ້ານລະບົບສໄຟຟ້າ ແມ່ນມີຢູ່ 2 ຈຸດ ຄື: ຕາຂ່າຍແຮງກາງ ແຕ່ເທສະບານເມືອງ ວິລະບຸລີ ຫາ ບ້ານນໍ້າປາເຄນ, ບ້ານຫ້ວຍຫອງ ມີເສົາໄຟຟ້າຫັກ 4 ຕົ້ນ ແລະ ລະບົບຕາຂ່າຍແຮງຕໍ່າ ເຂດບ້ານເລົ່າ-ທ່າ ມີເສົາໄຟຫຼັກ 3 ຕົ້ນ, ມາຮອດປັດຈຸບັນສາມາດແກ້ໄຂໄດ້ເປັນປົກກະຕິແລ້ວ.

ຕໍ່ກັບເຫດການດັ່ງກ່າວນັ້ນ, ທາງການນໍາຂອງເມືອງກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງກໍໄດ້ເອົາໃຈໃນຢ່າງຕັ້ງໜ້າໃນການປະສານສົມທົບກັບທຸກພາກສ່ວນທົ່ວສັງຄົມເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການໂດຍໄດ້ມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ກຳລັງ ປກສ, ປກຊ ແລະອາສາສະໝັກຊາວໜຸ່ມລົງຊ່ວຍເຫລືອ, ເຄື່ອນຍ້າຍວັດຖຸອຸປະກອນ, ຊັບສິນ, ສັດລ້ຽງຕ່າງໆ ແລະໃຫ້ບໍລິການພໍ່ແມ່ປະຊາຊົນຢູ່ໃນເຂດທີ່ມີຜົນກະທົບຈາກໄພນໍ້າຖ້ວມໄດ້ທ່ວງທັນກັບສະພາບການ ແລະປອດໄພ.