ໂຮງຮຽນຫຼວງປະເສີດ ພ້ອມທຸກຮອບດ້ານເປີດຮັບນັກຮຽນ

ໂຮງຮຽນຫຼວງປະເສີດ ຫຼື LPS School ໜຶ່ງໂຮງຮຽນເອກະຊົນທີ່ເອົາໃຈໃສ່ຈັດຕັ້ງປະຕິບັດທຸກດ້ານຂອງການສຶກສາເພື່ອໃຫ້ນັກຮຽນໄດ້ມີການພັດທະນາຕາມຍຸກ ເພື່ອທຽບເທົ່າສາກົນ. ປະຈຸບັນ ສົກຮຽນ 2023-2024 ທາງໂຮງຮຽນ ແມ່ນມີຄວາມພ້ອມຄູ່ອາຈານ ແລະອາຄານຮຽນໃນສົກຮຽນນີ້ພວກເຮົາຍັງມີນະໂຍບາຍຫຼຸດຄ່າຮຽນສູງສຸດ 30% ສຳລັບຜູ້ທີ່ລົງທະບຽນນັບແຕ່ຊັ້ນອະນຸບານຈົນເຖີງປະຖົມປີທີ 5.

ໂຮງຮຽນຫຼວງປະເສີດ ຫຼື LPS School ໄດ້ເປີດການຮຽນ-ການສອນຂື້ນນັບແຕ່ ວັນທີ 1 ກັນຍາ 2005 ເປັນຕົ້ນມາ ແລະປັດຈຸບັນກໍຄົບຮອບ 18 ປີ ເລີ່ມຕົ້ນມີພຽງຊັ້ນອານຸບານ 1-3 ຈຳນວນ 3 ຫ້ອງ ເປັນອາຄານຊັ້ນດຽວ ແລະຕໍ່ມາຈື່ງໄດ້ເລີ່ມເປີດຊັ້ນປະຖົມ ແລະພັດທະນາຂື້ນມາເລື້ອຍໆ ຈົນກາຍເປັນອະນຸບານ-ປະຖົມສົມບູນ ໃນເວລາຕໍ່ມາປັດຈຸບັນມີທັງໝົດ 14 ຫ້ອງຮຽນ ນັບແຕ່ຊັ້ນອະນຸບານເຖີງ ປ5 ເປັນອາຄານຮຽນ 3 ຊັ້ນ ຖາວອນທີ່ທັນສະໄໝ ແລະ ສີ່ງອຳນວຍຄວາມສະດວກທີ່ຮອບດ້ານມີຄູອາຈານທັງຄູລາວ ແລະຕ່າງປະເທດ 22 ທ່ານ.

ຈຸດເດັ່ນຂອງໂຮງຮຽນເຮົາແມ່ນການຈັດການຮຽນ-ການສອນໂດຍນຳເອົາຫຼັກສູດທີ່ຈຳເປັນສອດແຊກເຂົ້າມາໃສ່ໃນການຮຽນເຊັ່ນ: ຫຼັກສູດພາສາຕ່າງປະເທດຈະມີ ພາສາຈີນ ເປັນຫຼັກ ແລະພາສາອັງກິດທີ່ສອນໂດຍຄູຕ່າງປະເທດ, ວິຊາ ICT, ວິຊາທັກສະຊີວິດການຊ່ວຍເຫຼືອຕົນເອງປະກອບເຂົ້າໃສ່ໂປຣແກມຮຽນເລີ່ມແຕ່ຊັ້ນອະນຸບານ ແລະ ຫຼັກສູດຈິນຕະຄະນິດທີ່ຈະຊ່ວຍຝຶກໃຫ້ເດັກກາຍເປັນອັດສະລິຍະທາງຄະນິດສາດ.

ນອກຈາກການຮຽນ-ການສອນພາຍໃນໂຮງຮຽນຍັງມີກິດຈະກຳຮຽນຮູ້ນອກໂຮງຮຽນ ເຊັ່ນ: ການໄປທັດສະນະສຶກສາພິພິດທະພັນ, ຫໍມູນເຊື້ອ,ໄປຮຽນຮູ້ທຳມະຊາດ ລະບົບນິເວດ, ການໄປເບີ່ງຟາມທົດລອງປູກຜັກປອດສານພິດ ແລະ ການດຳນາໃນແປງທົດລອງ, ການຈັດງານວິທະຍາສາດ-ການປະດິດປະຈຳປີ, ການແຂ່ງຂັນຄະນິດສາດຈົນເຖີງການຈັດກິລາສີປະຈຳປີ ແລະກິດຈະກຳອີກຫຼາກຫຼາຍ.

ໃນການເປີດສົກຮຽນໃໝ່ ວັນທີ 1 ກັນຍາ 2023 ນີ້ ໂຮງຮຽນມີຄວາມພ້ອມທັງດ້ານບຸກຄະລາກອນຄູ-ອາຈານ ແລະອາຄານສະຖານທີ່ຢ່າງຄົບຖ້ວນເພື່ອຮອງຮັບນັກຮຽນກວ່າ 400 ນ້ອງ ແລະ ການດຳເນີນການຮຽນ-ການສອນຢ່າງເປັນລະບົບ ແລະ ໃນສົກຮຽນນີ້ພວກເຮົາຍັງມີນະໂຍບາຍຫຼຸດຄ່າຮຽນສູງສຸດ 30% ສຳລັບຜູ້ທີ່ລົງທະບຽນນັບແຕ່ຊັ້ນອະນຸບານຈົນເຖີງປະຖົມປີທີ 5.

ສຸດທ້າຍນີ້ຂໍຝາກເຖີງບັນດາທ່ານຜູ້ປົກຄອງ ແລະນ້ອງນັກຮຽນທີ່ສົນໃຈຢາກເຂົ້າມາຮຽນໃນໂຮງຮຽນຂອງພວກເຮົາສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 0205252524 ຫຼືສາມາດເຂົ້າມາສອບຖາມລາຍລະອຽດໄດ້ທີ່ໂຮງຮຽນສະຖານທີ່ຕັ້ງຢູ່ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໝາຍເຫດ: ແຕ່ອາດຈະມີການວັດລະດັບນັກຮຽນກ່ອນເຂົ້າຮຽນ ຫຼືຮັບນັກຮຽນໄດ້ພຽງບາງຈຳນວນໃນຫ້ອງຮຽນທີ່ຍັງມີບ່ອນນັ່ງບໍ່ທັນເຕັມເທົ່ານັ້ນກະລຸນາສອບຖາມເພີ່ມຕື່ມຕາມເບີໂທຫ້ອງການ.