ຈັດກິດຈະກຳ ນຳພາພະນັກງານທ່ອງທ່ຽວຫຼວງພະບາງ

ທ່ານ ອາຢີ້ ຈຽງຢີ້ (JIANG YI) ປະທານບໍລິສັດລາວ-ຈີນຄອນກຣີດ ຈຳກັດ ຝ່າຍຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດນໍາພາຄອບຄົວພະນັກງານ ແລະ ພະນັກງານຂອງບໍລິສັດດັ່ງກ່າວໄປທ່ອງທ່ຽວທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ເມື່ອບໍ່ດົນມານີ້ວ່າ: ກິດຈະກຳການທ່ອງທ່ຽວນະຄອນ-ຫຼວງພະບາງໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດທີ່ເດີນທາງດ້ວຍດ້ວຍເສັ້ນທາງລົດໄຟລາວ-ຈີນ ຊຶ່ງມີຄອບຄົວພະນັກງານ ແລະພະນັກງານຂອງບໍລິສັດດັ່ງກ່າວທັງໝົດ 24 ຄົນ ຍິງ 11 ຄົນ, ການໄປທ່ຽວແຂວງດັ່ງກ່າວ ມີພຽງ 2 ວັນ ເຖິງຈະເປັນໄລຍະເວລາອັນສັ້ນໆແຕ່ກໍມີຄວາມໝາຍຄວາມສຳຄັນທັງເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງຄອບຄົວພະນັກງານກໍຄືພະນັກງານພາຍໃນບໍລິສັດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ແລະຍັງເປັນການໃຫ້ລາງວັນ, ໃຫ້ກຳລັງໃຈ ແກ່ພະນັກງານຜູ້ທີ່ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃນຕະຫຼອດໄລຍະຜ່ານມາ.

ສຳລັບກິດຈະກຳການໄປທ່ຽວ ນະຄອນ-ຫຼວງພະບາງ 2 ວັນ ລະຫວ່າງ ວັນທີ 19 ຫາ 20 ສິງຫາຜ່ານມາທີ່ນະຄອນ-ຫຼວງພະບາງ ກໍໄດ້ໄປທ່ຽວໃນສະຖານແຫຼ່ງທ່ອງທ່ຽວຫຼາຍແຫ່ງມີທັງແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທໍາ ຄື: ສວນອຸທິຍານດອກໄມ້ໃນປ່າໃຫຍ່ຕາດຮ້ອຍຄົວ, ຕະຫຼາດລາດແລງຕີນພູສີ, ຫໍພິພິທະພັນພະຣາດຊະວັງເກົ່າ, ວັດຊຽງທອງ, ຕາດກວາງຊີ. ພ້ອມນັ້ນຍັງໄດ້ໄປຮັບປະທານອາຫານລາວ ທີ່ເປັນເອກະລັກ, ມີຊື່ສຽງປະຈໍານະຄອນ-ຫຼວງພະບາງ ທີ່ໄດ້ໄປແລ້ວບໍ່ຄວນພາດໂດຍສະເພາະເຂົ້າປຽກເສັ້ນດັ່ງເດີມເຈົ້າເກົ່າເຂດຕີນພູສີ, ເຂົ້າປຽກເຂົ້າເຈົ້າເກົ່າແຄມນໍ້າຂອງ, ຕໍາໝາກຫຸ່ງ ແລະອາຫານອື່ນໆ ທີ່ບໍ່ມີແຂວງໃດຄື. ໃນນັ້ນ, ຍັງໄດ້ດື່ມເຄື່ອງດື່ມເຢັນໆນັ່ງຊົມວີວໃນສະຖານທີ່ທ່ອງທ່ຽວຕ່າງໆຢ່າງໜ້າປະທັບໃຈ. ສຳລັບກິດຈະກຳທ່ອງທ່ຽວໃນຄັ້ງນີ້ເຖິງຈະເປັນເວລາອັນສັ້ນໆ ແຕ່ກໍເປັນກິດຈະກຳທີ່ໜ້າປະທັບໃຈທີ່ສຸດ. ສະນັ້ນ, ຜູ້ຂຽນຕາງໜ້າໃຫ້ທຸກຄອບຄົວກໍຄືພະນັກງານຂອງບໍລິສັດມາໃນໂອກາດນີ້ຂໍຂອບໃຈນຳ ທ່ານ ສຸຕ່າ ຄຳພັນທອງ ປະທານບໍລິສັດລາວ-ຈີນຄອນກຣີດຝ່າຍລາວ ແລະທ່ານ ອາຢີ້ ຈຽງຢີ້ ປະທານບໍລິສັດລາວ-ຈີນຄອນກຣີດ ຝ່າຍຈີນ ທີ່ໃຈດີໃຫ້ການສະໜັບສະໜູນ ມີກິດຈະກຳດີໆແບບນີ້ເກີດຂຶ້ນ, ທັງໃຫ້ໂອກາດແກ່ພະນັກງານໄດ້ໄປທ່ຽວ, ໄດ້ໄປເຫັນ, ໄດ້ໄປສໍາຜັດຫຼາຍສິ່ງຢ່າງໃນຄັ້ງນີ້ ແລະເຊື່ອວ່າໃນອະນາຄົດຈະມີກິດຈະກຳດີແບບນີ້ອີກຕໍ່ໆໄປ.

ທ່ານ ອາຢີ້ ຈຽງຢີ້ ຍັງໃຫ້ຮູ້ຕື່ມວ່າ: ບໍລິສັດລາວ-ຈີນຄອນກຣີດ ຈຳກັດ ເປັນໜຶ່ງບໍລິສັດທີ່ຮູ້ຈັກກັນດີແຕ່ກ່ອນມີຊື່ວ່າ: ບໍລິສັດ ດາວຄຳຄອນກຣີດ ຈຳກັດ ຕັ້ງຢູ່ບ້ານນາສ້າງໄຜ່ ເມືອງໄຊເສດຖາ ແລະບໍລິສັດ ດີເຄຈຽງ ຕັ້ງຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມາຮອດ ຕົ້ນປີ 2023 ໄດ້ປັບປຸງໃໝ່ໃຫ້ເປັນບໍລິສັດໃຫຍ່ກວ່າເກົ່າຊຶ່ງໄດ້ເອົາສອງບໍລິສັດດັ່ງກ່າວມາໂຮມເຂົ້າກັນເປັນບໍລິສັດດຽວກັນໃນປັດຈຸບັນມີຊື່ວ່າ: ບໍລິສັດລາວ-ຈີນຄອນກຣີດ ຈຳກັດ ຕັ້ງຢູ່ເຂດບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວວຽງຈັນ. ບໍລິສັດດັ່ງກ່າວນອກຈາກບໍລິການຄອນກຣີດສຳເລັດຮູບແລ້ວ, ຍັງມີໃຫ້ບໍລິການເຊົ່າລົດປໍ້າຄອນກຣີດ, ແຜ່ນພື້ນສໍາເລັດຮູບ ແລະ ອື່ນໆ. ສະນັ້ນ, ຖ້າທ່ານໃດສົນໃຈໃຫ້ບໍລິການກໍສາມາດຕິດຕໍ່ພົວພັນຫາບໍລິສັດໄດ້ ເບີ 020 22 040 008 ແລະ ເບີ 99 999 353 ຕະຫຼອດ 24 ຊົ່ວໂມງ.
( ຂ່າວ-ພາບ: ວັນເພັງ)