ອິນເດຍ ອອກຂໍ້ກໍານົດໃໝ່ເພື່ອຈໍາກັດການສົ່ງອອກເຂົ້າສານ ຫຼັງລາຄາເຂົ້າສູງຂຶ້ນຕໍ່ເນື່ອງ

ພາຍໃຕ້ເບື້ອງຫຼັງລາຄາເຂົ້າສານໃນສາກົນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຖານະເປັນປະເທດສົ່ງອອກເຂົ້າສານທີ່ໃຫຍ່ກວ່າໝູ່,ອິນເດຍໄດ້ປະກາດມາດຕະການຈຳກັດການສົ່ງອອກເຂົ້າສານອີກຄັ້ງໜຶ່ງໃນວັນທີ 27 ສິງຫານີ້ ໂດຍໄດ້ກຳນົດລາຄາເຂົ້າຫອມຂອງອິນເດຍຕໍ່າສຸດໄວ້ຢູ່ໃນລະດັບ 1.200 ໂດລາຕໍ່ໜຶ່ງໂຕນ.

ເຂົ້າຫອມອິນເດຍແມ່ນປະເພດເຂົ້າສານສົ່ງອອກໃຫຍ່ກວ່າໝູ່ຂອງອິນເດຍ. ລັດຖະບານອິນເດຍແຈ້ງໃຫ້ຮູ້ວ່າ: ຫຼັງຈາກເລີ່ມປະຕິບັດມາດຕະການເກືອດຫ້າມການສົ່ງອອກເຂົ້າສານແລ້ວ, ມີນັກທຸລະກິດຈຳນວນໜຶ່ງໄດ້ຈັດເອົາເຂົ້າສານປະເພດອື່ນມາເປັນເຂົ້າສານຫອມອິນເດຍເພື່ອຫຼີກລ່ຽງການຈຳກັດ. ການປະກາດມາດຕະການໃໝ່ເທື່ອນີ້ແມ່ນເພື່ອຮັບປະກັນໃຫ້ນັກທຸລະກິດປະຕິບັດຕາມຄຳສັ່ງເກືອດຫ້າມການສົ່ງອອກທີ່ປະກາດໃຊ້ໃນເມື່ອກ່ອນ.

ອິນເດຍເປັນປະເທດສົ່ງອອກເຂົ້າສານທີ່ສຳຄັນຂອງໂລກ, ການສົ່ງອອກເຂົ້າສານໃນປີ 2022 ຜ່ານມາມີປະມານ 22 ລ້ານໂຕນ, ກວມ 40% ຂຶ້ນໄປໃນຍອດຈຳນວນການສົ່ງອອກເຂົ້າສານຢູ່ໃນໂລກ.
ທີ່ມາ: CRI