ສປ ຈີນ ຈະຂະຫຍາຍໄລຍະເວລານະໂຍບາຍ ສິດທິພິເສດທາງພາສີ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ໃນວັນທີ 25 ສິງຫາຜ່ານມານີ້, ກະຊວງການເງິນຂອງຈີນ ລາຍງານວ່າ ສປ ຈີນ ຈະຂະຫຍາຍໄລຍະເວລາຂອງນະໂຍບາຍສິດທິພິເສດທາງພາສີສຳລັບຜູ້ມີຄວາມສາມາດຊາວຕ່າງປະເທດທີ່ເຮັດວຽກໃນເຂດເສດຖະກິດອ່າວກວ່າງ ຕົງ-ຮົ່ງກົງ-ມາເກົາ ຈົນເຖິງວັນທີ 31 ທັນວາ ປີ 2027 ເພື່ອສະໜັບສະໜູນ, ສົ່ງເສີມການພັດທະນາພື້ນທີ່ດັ່ງກ່າວ.

ໜັງສືແຈ້ງການທີ່ຮ່ວມອອກໂດຍກະຊວງ ແລະສໍານັກບໍລິຫານກິດຈະການດ້ານພາສີແຫ່ງຊາດຈີນ ໄດ້ລະບຸວ່າຜູ້ມີຄວາມຮູ້ຄວາມສາມາດ ແລະຊ່ຽວຊານຕ່າງປະເທດທີ່ມີຄວາມສາມາດສູງຊຶ່ງເຮັດວຽກຢູ່ໃນເຂດເສດຖະກິດຈະໄດ້ຮັບເງິນອຸດໜູນຈາກເທດສະບານເມືອງເຊິນເຈີ້ນ ແລະແຂວງກວາງຕຸ້ງ ເພື່ອຊົດເຊີຍຄວາມແຕກຕ່າງ ລະຫວ່າງ ພາສີເງິນ ໄດ້ບຸກຄົນທຳມະດາໃນແຜ່ນດີນໃຫ່ຍ ແລະເຂດບໍລິຫານພິເສດຮົ່ງກົ່ງ.

ຂະນະທີ່ເງິນອຸດໜູນດັ່ງກ່າວຈະໄດ້ຮັບການຍົກເວັ້ນພາສີເງິນໄດ້ກັບບຸກຄົນ ທໍາມະດາ. ນອກຈາກນີ້, ກະຊວງຍັງປະກາດແຜນການດໍາເນີນນະໂຍບາຍຂໍຄືນພາສີຂາອອກນອກປະເທດສຳລັບນັກທ່ອງທ່ຽວຕ່າງປະເທດໃນນະຄອນໜິງໂປ, ແຂວງເຈີຈຽງ ທາງຕາເວັນອອກຂອງຈີນ ມີຜົນຕັ້ງແຕ່ວັນທີ 1 ກັນຍານີ້ເປັນຕົ້ນໄປ.