ເມືອງໃຫມ່ ປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າໂອດ໋ອບ

ໃນວັນທີ 5 ກັນຍາ 2023 ນີ້ ຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງໄດ້ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ່າໂອດ໋ອບ ຢູ່ທີ່ບ້ານຫ້ວຍອຸນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມແປນ ວົງອິນປອນ ຫົວໜ້າຫ້ອງການ ອຸສາຫະກຳ-ການຄ້າເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ການລົງປະເມີນໃນຄັ້ງນີ້ກໍເພື່ອຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນໜໍ່ຫວັນ ແລະ ເພື່ອຍົກໃຫ້ກາຍເປັນສິນຄ້າໂອດ໋ອບຂອງເມືອງເຊິ່ງສາມາດເຮັດໃຫ້ປະຊາຊົນມີອາຊີບເສີມມີລາຍຮັບເຂົ້າໃນຄອບຄົວເພີ່ມຂຶ້ນຈາກນັ້ນຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງໄດ້ພ້ອມກັນເກັບກຳຂໍ້ມູນຢ່າງລະອຽດກ່ຽວກັບວິທີການແຮູບ, ຕົ້ນທຶນ ແລະ ຂັ້ນຕອນໃນການຜະລິດນັ້ນແມ່ນນຳເອົາໜໍ່ໄມ້ມາ ຊອຍ, ຕົ້ມ, ປຸງ, ນຳໄປຕາດແດດໃຫ້ແຫ້ງ ເຊິ່ງລວມມີ 3 ສູດ: ສູດທີ 1 ແມ່ນການເອົາໜໍ່ມາປຸງໃສ່ກັບຊອດຫອຍ, ສູດທີ 2 ແມ່ນເອົາໜໍ່ປຸງໃສ່ນໍ້າຕານ, ສູດທີ 3 ແມ່ນການເອົາໜໍ່ມາປຸງໃສ່ຊອດຫອຍ ກັບ ນຳ້ຕານທັງສາມສູດນີ້ພາຍຫຼັງປຸງແຕ່ງສຳເລັດແລ້ວ ແມ່ນນຳໄປຕາກແດດໃຫ້ແຫ້ງຈາກນັ້ນກໍເກັບຮັກສາໄວ້ເພື່ອນຳໄປປຸງແຕ່ງເປັນອາຫານໂດຍສະເພາະແມ່ນການທອດກິນເປັນອາຫານເຊິ່ງປະລິມານໃນການແປຮູບນີ້ແມ່ນ ໜໍ່ໄມ້ດິບ 15 ກິໂລ ຈະໄດ້ໜໍ່ສະຫວັນທີ່ສຳເລັດສົມບູນ 1 ກິໂລ ແລະ ພາຍໃນບ້ານໄດ້ຜະລິດໜໍ່ສະຫວັນເປັນກຸ່ມຄອບມົວຕົວແບບທັງໝົດ 5 ຄອບຄົວ ພ້ອມນັ້ນ ທ່ານ ສົມແປນ ວົງອິນປອນ ໄດ້ມີຄຳເຫັນວ່າຈະພະຍາຍາມສືບຕໍ່ສົ່ງເສີມບັນດາບ້ານໃນທົ່ວເມືອງທຳການຜະລິດຜະລິດຕະພັນພື້ນບ້ານ ໃຫ້ກາຍເປັນສິນຄ້າໂອດອບພາຍໃນ 1 ປີ ໃຫ້ໄດ້ 2 ຜະລິດຕະພັນໃນທົ່ວເມືອງ ແລະຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ຜະລິດໜໍ່ສະຫວັນໂດຍສະແມ່ນເນັ້ນໃຫ້ມີຄວາມສະອາດ, ປອດໄພ ແລະມີປະລິມານຫຼາຍຂື້ນຈົນສາມາດສົ່ງລົງທອງຕະຫຼາດພາຍໃນບ້ານ, ເມືອງ, ແຂວງ, ປະເທດ ຫຼືຕ່າງປະເທດເພື່ອໃຫ້ພຽງພໍຕໍ່ຜູ້ບໍລິໂພກຢ່າງທົ່ວເຖິງ.
( ພາບ ຂ່າວ: ວັນວິໄລ )