ພົບຢາບ້າ 21 ເປົ໋າ ໃນລົດກະບະທີ່ເກີດອຸບົດຕິເຫດ

ເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ຮູ້ວ່າ: ໃນເວລາປະມານ 3:45 ໂມງຂອງວັນທີ 16 ສິງຫາຜ່ານມາ ໄດ້ມີເຫດການລົດກະບະວີໂກ້ ສີປອນເງິນ ໝາຍເລກທະບຽນ ບໍ່ແກ້ວ ກກ 4394 ແລ່ນມາແຕ່ທາງບ້ານມ້ວງຄຳ ມຸ່ງໜ້າໄປຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຕູ 2 ທາງເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມີລົດບັນທຸກລົດດຸດ ກຳລັງຈະເຂົ້າໄປເຂດກໍ່ສ້າງຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຕ່ຈະໂຄ້ງເຂົ້າປະຕູບໍ່ໄດ້ຈິ່ງຖອຍຫຼັງກັບຄືນເຮັດໃຫ້ລົດກະບະວີໂກ້ແລ່ນມາດ້ວຍຄວາມໄວສູງ ຕຳເອົາທ້າຍລົດ; ເວລານັ້ນ ລປພ ເຂດເສດຖະກິດພິເສດໄດ້ອອກໄປເບິ່ງເຫດການແລ້ວໄດ້ເຫັນຄົນຂັບລົດກະບະຄັນດັ່ງກ່າວແລ່ນໜີແລ້ວມີຄົນມາຮັບເອົາໄປ, ລປພ ຈິ່ງແຈ້ງຕໍ່ເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ເຈົ້າໜ້າທີ່ເຂົ້າກວດກາຈຸດເກີດເຫດພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 21 ເປົາເທົ່າກັບ 3.150 ມັດ ມີທັງໝົດ 6.300.000 ເມັດ ນໍ້າໜັກ 756 ກິໂລກຼາມ ໃນລົດກະບະຄັນດັ່ງກ່າວຈິ່ງໄດ້ກັກລົດ ແລະຢືດຢາເສບຕິດຈໍານວນນີ້ໄວ້ ເພື່ອສືບຕໍ່ສືບສວນ-ສອບສວນ ຕາມຈັບເປົ້າໝາຍທີ່ກ່ຽວຂ້ອງມາດຳເນີນຄະດີ.

ປກສ