ໄຟຟ້າຫົງສາ ມອບທຶນໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ປະຕິບັດຕາມສັນຍາສໍາປະທານວ່າດ້ວຍການພັດທະນາຄຸນນະພາບຊີວິດ ແລະ ສັງຄົມອ້ອມຂ້າງຈຶ່ງໄດ້ໃຫ້ຄວາມສໍາຄັນໃນການພັດທະນາເຍົາວະຊົນ ອັນເປັນກໍາລັງສໍາຄັນໃນການພັດທະນາບ້ານເມືອງ ແລະປະເທດຊາດໃນອະນາຄົດບໍລິສັດຈຶ່ງໃຫ້ການສະໜັບສະໜູນທຶນການສຶກສາແກ່ນັກຮຽນທີ່ມີຜົນການຮຽນດີ ໃນລະດັບຊັ້ນປະຖົມສຶກສາຈົນເຖິງລະດັບປະລິນຍາຕີ ເລີ່ມຕັ້ງແຕ່ປີ 2011 ເຖິງປະຈຸບັນ ໄດ້ໃຫ້ການສະໜັບສະໜູນທຶນການສຶກສາໃນລະດັບຊັ້ນປະຖົມສຶກສາ ມາແລ້ວຫຼາຍກວ່າ 400 ທຶນ ແລະລະດັບປະລິນຍາຕີ ຫຼາຍກວ່າ 70 ທຶນ ແລະ ຍັງເປີດໂອກາດໃຫ້ນັກສຶກສາຈາກສະຖາບັນການສຶກສາຕ່າງໆ ພາຍໃນ ສປປ ລາວ ໄດ້ເຂົ້າມາຝຶກງານໃນບໍລິສັດ ເພື່ອເສີມສ້າງຄວາມຮູ້ ແລະປະສົບການຈາກການເຮັດວຽກຕົວຈິງນຳອີກ.
 
ດັ່ງນັ້ນ, ໃນວັນທີ 6 ກັນຍານີ້ ພະແນກຊັບພະຍາກອນມະນຸດ ຝ່າຍ Corporate Services (CS) ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບທຶນການສຶກສາໂຄງການ New Graduate Internship Program (NGIP) ປະຈໍາປີ 2023 ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໂດຍການເປັນປະທານຂອງ ທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ແລະທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໂດຍມີຕົວແທນຄະນະອາຈານ, ນັກສຶກສາ ແລະພໍ່ແມ່ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ດ້ວຍ.
 
ທຶນການສຶກສາ ໂຄງການ NGIP ນີ້, ເປັນການມອບທຶນການສຶກສາໃຫ້ກັບນັກສຶກສາຂອງ ມຊ ທີ່ກໍາລັງສຶກສາຢູ່ໃນສາຂາວິຊາຕ່າງໆ ຈໍານວນ 5 ທຶນ ຄື: ສາຂາສື່ມວນຊົນ 1 ທຶນ, ສາຂາກົດໝາຍທຸລະກິດ 1 ທຶນ, ສາຂາວິສະວະກໍາໄຟຟ້າ 1 ທຶນ, ສາຂາວິສະວະກໍາກົນຈັກ 1 ທຶນ ແລະ ສາຂາວິສະວະກໍາໂຍທາ 1 ທຶນ ແລະ ເມື່ອນັກສຶກສາ ຈົບການສຶກສາໃນລະດັບປະລິນຍາຕີແລ້ວທາງບໍລິສັດຈະມອບສັນຍາການເປັນພະນັກງານຂອງບໍລິສັດໃຫ້ກັບສຶກສາເປັນໄລຍະເວລາ 2 ປີ ເພື່ອຮ່ວມເປັນສ່ວນສໍາຄັນໃນການພັດທະນາຊັກກະຍະພາບຂອງນ້ອງໆ ໃຫ້ສາມາດນໍາຄວາມຮູ້ຈາກສາຂາວິຊາທີ່ຈົບຫຼັກສູດການສຶກສາມາປະຍຸກໃຊ້ ແລະ ປັບໃຊ້ໃນການເຮັດວຽກໃຫ້ເກີດປະໂຫຍດຕໍ່ຕົວເອງ, ຊຸມຊົນ ແລະປະເທດຊາດຕໍ່ໄປ.
ຂ່າວ: ໄຟຟ້າຫົງສາ