ທ່ອງທ່ຽວນໍ້າປຽນຢໍລະປາ ໄດ້ຮັບການພັດທະນາສອດຄ່ອງຕາມມາດຕະຖານລາງວັນອາຊຽນ

ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ ໄດ້ຮັບການພັດທະນາສອດຄ່ອງຕາມມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ພາຍຫຼັງທີ່ໄດ້ຮັບການປະເມີນຜົນຈາກຄະນະກໍາມະການປະເມີນມາດຕະຖານການທ່ອງທ່ຽວອາຊຽນ ເຄື່ອນໄຫວຊຸກຍູ້ ແລະ ປະເມີນມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງຂະນະທີ່ຍັງຕ້ອງລໍຖ້າການຄັດເລືອກສະຖານທີ່ທ່ອງທ່ຽວໃນທົ່ວປະເທດ.
 
ການເຄື່ອນໄຫວຊຸກຍູ້ ແລະປະເມີນມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງຢູ່ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ເມືອງປາກງື່ມ ນະຄອນຫຼວງວຽງຈັນມີຂຶ້ນວັນທີ 9 ກັນຍາ 2023 ນໍາຄະນະໂດຍທ່ານ ຄໍາຄູນ ໃບລາຕຣີ ຮອງຫົວນ້າພະແນກ ຖວທ ນວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດຈໍາກັດຜູ້ດຽວຜູ້ພັດທະນາແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ.
 
ທ່ານ ຄໍາຄູນ ໃບລາຕຣີ ກ່າວວ່າ: ການລົງເຄື່ອນໄຫວ ແລະຊຸກຍູ້ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາໃນເທື່ອນີ້ເພື່ອສ້າງໃຫ້ສະຖານທີ່ແຫ່ງນີ້ ມີເງື່ອນໄຂເຂົ້າຕາມມາດຕະ ຖານລາງວັນການທ່ອງທ່ຽວແບບຍືນຍົງ ເປັນລາງວັນທີ່ສໍາຄັນຂອງຂົງເຂດການທ່ອງທ່ຽວຂອງອາຊຽນມອບໃຫ້ 2 ລາງວັນຕໍ່ 1 ປະເທດ ໂດຍຈະມີພິທີມອບລາງວັນໃນປີ 2024 ພໍດີຖືກກັບໄລຍະທີ່ ສປປ ລາວ ເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວອາຊຽນ (ATF) ເຊິ່ງງານດັ່ງກ່າວຈະໄດ້ມີການມອບລາງວັນຫຼາຍດ້ານເພື່ອຢັ້ງຢືນມາດຕະຖານການບໍລິການການທ່ອງທ່ຽວຂອງອາຊຽນ ໂດຍ ນວ ມີເປົ້າໝາຍສະເໜີຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງໃນຕົວເມືອງ ແລະການທ່ອງທ່ຽວແບບຍືນຍົງປະຊາຊົນມີສ່ວນຮ່ວມ.
 
ນອກນີ້ພວກເຮົາຍັງຈະໄດ້ປະເມີນເພື່ອຂໍຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນລາງວັນມາດຕະຖານຫ້ອງປະຊຸມທ່ອງທ່ຽວອາຊຽນ ແລະອື່ນໆລວມ 7 ປະເພດລາງວັນ ເຊິ່ງພະແນກ ຖວທ ນວ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດໃຫ້ໄດ້ຮັບມາດຕະຖານ ແລະໄດ້ຮັບລາງວັນດັ່ງກ່າວ ເພື່ອເປັນອັນຢັ້ງຢືນການບໍລິການການທ່ອງທ່ຽວຢູ່ ນວ.
 
ຜ່ານການປະເມີນຕົວຈິງຄັ້ງນີ້ຄະນະກໍາມະການພວກເຮົາຕີລາຄາວ່າແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ມີມາດຖານດ້ານຕ່າງໆບັນລຸໃນເງື່ອນໄຂດີສົມຄວນແຕ່ຜ່ານການປະເມີນຄັ້ງນີ້ພວກເຮົາຍັງຈະມີການຄັດເລືອກກັບແຫຼ່ງທ່ອງທ່ຽວອື່ນໆໃນທົ່ວປະເທດຕື່ມອີກໂດຍມີຄະນະກໍາມະການຂັ້ນສູນກາງ ແລະກອງເລຂາອາຊຽນເພື່ອຄັດເລືອກເອົາແຫຼ່ງທ່ອງທ່ຽວທີ່ໄດ້ຄະແນນສູງສຸດໃຫ້ໄດ້ຮັບລາງວັນດັ່ງກ່າວ.