ລາວ-ໄທ ຫາລືການແກ້ໄຂບັນຫາ ຢາເສບຕິດບໍລິເວນຊາຍແດນ

ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນໄທ-ລາວ ຈັດກອງປະຊຸມເພື່ອແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ ລາວ-ໄທ,ໄທ-ລາວ ຄັ້ງທີ 4 ຂຶ້ນ ທີ່ແຂວງສະຫວັນນະເຂດ ໃນວັນທີ 7 ກັນຍາ 2023 ນີ້,ຝ່າຍລາວນໍາໂດຍ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ ແລະ ທ່ານ ພົນໂທ ສຸຣະສັກ ພຸດທະສຸວັນ ເຈົ້າກົມກິດຈະການຊາຍແດນທະຫານ, ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ເປັນປະທານຮ່ວມຝ່າຍໄທ.

ການປະຊຸມຄັ້ງນີ້ໄດ້ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕາມເນື້ອໃນບົດບັນທຶກ ແລະຂໍ້ກໍານົດກອງປະຊຸມຂອງຄະນະປະຕິບັດງານເພື່ອສະ ກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ,ໄທ-ລາວ ຄັ້ງທີ3ຜ່ານມາ. ຊົມເຊີຍຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ຮ່ວມກັນຜ່ານມາຂອງທັງສອງຝ່າຍທີ່ມີການພົວພັນຮ່ວມມືກັນຢ່າງໜັກແໜ້ນ ເພື່ອແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນລາວ-ໄທ,ໄທ-ລາວໃຫ້ໝົດໄປເທື່ອລະກ້າວພ້ອມດຽວກັນຍັງເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນທັງສອງປະເທດສາມາດທໍາມາຫາກິນປະກອບອາຊີບການເຮັດທຸລະກິດການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ ແລະມີຄວາມປອດໄພ.

ລາວມີທັງ ໝົດ 9 ແຂວງ ທີ່ມີຊາຍແດນທາງນ້ຳຂອງຕິດຈອດກັບ 12 ຈັງຫວັດຂອງຣາຊາອານາຈັກໄທ.ດັ່ງນັ້ນ, ຈຶ່ງເປັນສິ່ງຈໍາເປັນແລະສໍາຄັນໃນການຮ່ວມມືແກ້ໄຂບັນຫາຢາເສບຕິດ,ການຄ້າຂາຍສິງຜິດກົດໝາຍຕ່າງໆ ແລະ ບັນຫາອື່ນໆຕາມບໍລິເວນຊາຍແດນໃຫ້ຫຼຸດໜ້ອຍຖອຍລົງ ແລະໝົດໄປເທື່ອລະກ້າວ, ທັງສອງຝ່າຍ ລາວ-ໄທ,ໄທ-ລາວ ຍັງໄດ້ມີການລົງນາມໃນບົດບັນທຶກກອງປະຊຸມເພື່ອເປັນການສືບຕໍ່ການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆຢ່າງຮອບດ້ານໃນການແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນລາວ-ໄທ,ໄທ-ລາວ ໃນອະນາຄົດຕໍ່ໜ້ານໍາອີກ, ເຊິ່ງກອງປະຊຸມໄດ້ຜັດປ່ຽນກັນເປັນເຈົ້າພາບ.