ລາວແຟຊັ້ນວີກ 2023 ມີ 40 ຫ້ອງເສື້ອເຂົ້າຮ່ວມສະແດງ

ລາວແຟຊັ້ນວີກ (LAO FASHION WEEK) 2023 ຈັດຂຶ້ນວັນທີ 8-10 ກັນຍາ ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ປານີ ໄຊຍະວົງ ຜູ້ອໍານວຍການລາວແຟຊັ້ນວີກ ແລະທ່ານນາງ ຊິວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ມີທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວພ້ອມດ້ວຍທູຕານຸທູດນັກອອກແບບຈາກຫ້ອງເສື້ອຂອງລາວ ແລະຕ່າງປະເທດຕະຫຼອດຮອດມວນຊົນ ແລະແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫຼາຍ.

ລາວແຟຊັ້ນວີກ 2023 ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຝຣັ່ງ ຄົບຮອບ 70 ປີ ພ້ອມນັ້ນເພື່ອສະເຫຼີມສະຫຼອງການສ້າງຕັ້ງລາວແຟຊັ້ນວີກ ແລະໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວຄົບຮອບ 10 ປີ.

ທ່ານນາງ ປານີ ໄຊຍະວົງ ໃຫ້ສໍາພາດວ່າ: ຕະຫຼອດໄລຍະຂອງການກໍ່ຕັ້ງລາວແຟຊັ້ນວີກຕັ້ງແຕ່ເລີ່ມຕົ້ນຈົນມາເຖິງປັດຈຸບັນພໍດີຄົບຮອບ 10 ປີ ເຫັນໄດ້ວ່າແຟຊັ້ນໃນລາວໄດ້ພັດທະນາດີຂຶ້ນໄປຄຽງຄູ່ກັບການພັດທະນານັກອອກແບບໜຸ່ມນ້ອຍຂອງລາວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະຜ່ານມາສາມາດສ້າງນັກອອກແບບໜຸ່ມນ້ອຍໄດ້ຫຼາຍກວ່າ 30 ນ້ອງ ພ້ອມນັ້ນນັກອອກແບບໜຸ່ມນ້ອຍທີ່ໂຄງການໄດ້ສົ່ງໄປຮຽນກາຍເປັນນັກອອກແບບມືອາຊີບ ແລະເຂົາເຈົ້າໄດ້ມີການພົວພັນຮ່ວມມືກັບນັກອອກແບບຂອງຕ່າງປະເທດຕື່ມອີກອັນເຮັດໃຫ້ແຟຊັ້ນຂອງລາວໄດ້ຮັບການພັດທະນາໄປຕາມຍຸກສະໄໝ ແລະມີຄວາມໂດດເດັ່ນ ພິເສດການຈັດງານສະເຫຼີມສະຫຼອງລາວແຟຊັ້ນວີກຄົບຮອບ 10 ປີ ຄັ້ງນີ້ ມີຄວາມສໍາຄັນຫຼາຍເນື່ອງຈາກວ່າໄດ້ໄດ້ນໍາຜົນງານຂອງນັກອອກແບບ 40 ຫ້ອງເສື້ອຈາກພາຍໃນ ແລະຕ່າງປະເທດ ທີ່ມີຫຼາຍຮູບແບບຫຼາຍສີສັນມາເດີນແບບສະແດງເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ເຫັນຜົນງານຂອງນັກອອກແບບທີ່ມີສືມືມີຄວາມປານີດ ແລະສວຍງາມ.