ເມືອງດາກຈຶງ ເອົາໃຈໃສ່ກວດກາລາຄາສິນຄ້າ ແລະສິນຄ້າໝົດອາຍຸ

ໃນລະຫວ່າງວັນທີ 6-8 ກັນຍາຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະການຄ້າແຂວງເຊກອງຮ່ວມກັບຫ້ອງການອຸດສາຫະກຳ ແລະການຄ້າເມືອງດາກຈຶງ ລົງກວດກາລາຄາ ແລະສິນຄ້າຢູ່ທີ່ຕະຫຼາດເທສະບານເມືອງດາກຈຶງ.

ການລົງເຄື່ອນໄຫວກວດກາຂອງເຈົ້າໜ້າທີ່ໃນຄັ້ງນີ້ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ເຊິ່ງການລົງກວດກາຂອງເຈົ້າໜ້າທີ່ໄດ້ກວດພົບປະເພດສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ, ສິນຄ້ານອກລະບົບ ໃນເທສະບານເມືອງດາກຈຶງ ມີທັງໝົດ 11 ຮ້ານ, ພົບເຫັນສິນຄ້າໝົດອາຍຸ ແລະເຊື່ອມຄຸນນະພາບມີ 7 ລາຍການເປັນຕົ້ນ: ຢາສູບ, ເຂົ້າໝົມ, ໝີ່, ນໍ້າປາຫວຽດ, ຊ໋ອດຫມາກ, ຄະນໍປຸງລົດ ແລະ ປາແດກ ລວມມູນຄ່າທັງໝົດ 3.194.000 ກີບ.

ນອກຈາກນີ້ຍັງໄດ້ຕິດຕາມກວດກາລາຄາສິນຄ້າໃນທ້ອງຕະຫຼາດສົດ ເຫັນວ່າການຂາຍປະເພດສິນຄ້າໃນບັນຊີຄວບຄຸມບັນຊີ (ກ) ຄື: ຊີ້ນງົວ, ຄວາຍປະເພດ 1 ຂາຍລາຄາ 110.000ກີບ/ກິໂລ; ຊີ້ນງົວ, ຄວາຍປະເພດ2 ລາຄາ 100.000ກີບ/ກິໂລ; ຊີ້ນໝູປະເພດ1 ລາຄາ 75.000ກີບ/ກິໂລ; ຊີ້ນໝູປະເພດ 2 ລາຄາ 70.000ກີບ/ກິໂລ; ເຂົ້າໜຽວປະເພດ2 ລາຄາ 16.000ກີບ/ກິໂລ; ເຂົ້າຈ້າວປະເພດ2 ລາຄາ 18.000ກີບ/ກີໂລ; ປາດຸກພັນ ລາຄາ 43.000ກີບ/ກິໂລ, ເຊິ່ງເຫັນວ່າເປັນໄປຕາມກົນໄກຕະຫຼາດ; ມີຫົວໜ່ວຍທຸລະກິດປໍ້ານໍ້າມັນເຊື້ອໄຟ 2 ຫົວໜ່ວຍ ໄດ້ນຳນໍ້າມັນເຊື້ອໄຟມາຈາກບໍລິສັດເປໂຕດິແມັກຫວຽດນາມ ສາຂາແຂວງເຊກອງ ແລະແຂວງຈຳປາສັກ 16,000ລິດ/ອາທິດ ແລະຂາຍໃນໂຄງສ້າງລາຄາທີ່ກະຊວງອຸດສາຫະກໍາ ແລະການຄ້າແຈ້ງການອອກມາໃນແຕ່ລະໄລຍະ.

ຈາກນັ້ນເຈົ້າໜ້າທີ່ກວດກາການຄ້າກໍ່ໄດ້ສ້າງບົດບັນທຶກແນະນໍາຜູ້ດໍາເນີນທຸລະກິດການຄ້າຂາຍຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ, ບໍ່ສອດຄ່ອງຕາມລະບຽບກົດໝາຍໃຫ້ໄປອອກໃບດຳເນີນກິດຈະການການຄ້າພາຍໃນ ແລະໃບຕິດຕາມການຄ້າຂາຍຂອງຄົນຕ່າງປະເທດຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງໃຫ້ຖືກຕ້ອງກ່ອນຈຶ່ງສາມາດດຳເນີນກິດຈະການຄ້າຂາຍໄດ້; ສຳລັບສິນຄ້າໝົດອາຍຸທາງເຈົ້າໜ້າທີ່ໄດ້ແຈ້ງໃຫ້ເຈົ້າຂອງຮ້ານຄ້າຮັບຊາບພ້ອມທັງສ້າງບົດບັນທຶກ ແລະ ນຳສິນຄ້າໝົດອາຍຸດັ່ງກ່າວເຂົ້າມາເກັບມ້ຽນໃນສາງຂອງຫ້ອງການອຸດສາຫະກໍາ ແລະການຄ້າເມືອງດາກຈຶງ, ລໍຖ້າການຈັດພິທີທຳລາຍຕໍ່ໄປ.

ຂ່າວ: ພຸດທະໄຊ ຍົວມະນີ