ນາເຂົ້າ 19,48 ເຮັກຕາ ຂອງປະຊາຊົນເມືອງທົ່ງມີໄຊ ຖືກສັດຕູພືດທຳລາຍ

ຂະແໜງປູກຝັງຂອງຫ້ອງການກະສິກໍາ ແລະປ່າໄມ້ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ການລະບາດຂອງພະຍາດໃບແຫ້ງ ແມງໄມ້ ແລະເພ້ຍສີນໍ້າຕານໃນນາເຂົ້າຂອງປະຊາຊົນ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຖືກທຳລາຍ ແລະ ມີຜົນກະທົບຕໍ່ເນື້ອທີ່ການຜະລິດ 19,48 ເຮັກຕາ ໃນນີ້ມີເນື້ອທີ່ຖືກຜົນເສຍຫາຍເປັນບໍລິເວນກວ້າງປະມານ 6,45 ເຮັກຕາ ໃນ 11 ບ້ານມີທັງໝົດ 46 ຄອບຄົວຄື: ບ້ານສະຫວ່າງ ມີ 2 ຄອບຄົວ ມີເນື້ອທີ່ຖືກຜົນກະທົບ 0,48 ເຮັກຕາ ເນື້ອທີ່ຖືກເສຍຫາຍ 0,15 ເຮັກຕາ ບ້ານໃໝ່ ມີ 5 ຄອບຄົວ ເນື້ອທີ່ຖືກຜົນກະທົບ 2,31 ເຮັກຕາ ເນື້ອທີ່ຖືກເສຍຫາຍ 0,75 ເຮັກຕາ ບ້ານນາມ່ວງມີ 9 ຄອບຄົວ ເນື້ອທີ່ຖືກຜົນກະທົບ 3,83 ເຮັກຕາ ເນື້ອທີ່ຖືກເສຍຫາຍ 1,64 ເຮັກຕາ ບ້ານທາດ ມີ 7 ຄອບຄົວ ເນື້ອທີ່ຖືກຜົນກະທົບ 3,11 ເຮັກຕາ ຖືກເສຍຫາຍ 1,02 ເຮັກຕາ ບ້ານດອນພູນ ມີ 7 ຄອບຄົວ ເນື້ອທີ່ຖືກຜົນກະທົບ 3,14 ເຮັກຕາ ເນື້ອທີ່ຖືກເສຍຫາຍ 1,02 ເຮັກຕາ ບ້ານໃຫຍ່ ມີ 10 ຄອບຄົວ ເນື້ອທີ່ຖືກຜົນກະທົບ 5,13 ເຮັກຕາ ເນື້ອທີ່ຖືກເສຍຫາຍ 1,46 ເຮັກຕາ ບ້ານດ່ານ ມີ 3 ຄອບຄົວ ເນື້ອທີ່ຖືກຜົນກະທົບ 0,76 ເຮັກຕາ ເນື້ອທີ່ຖືກເສຍຫາຍ 0,24 ເຮັກຕາ ບ້ານແດດມີ 1 ຄອບຄົວ ເນື້ອທີ່ຖືກຜົນກະທົບ 0,16 ເຮັກຕາ ເນື້ອທີ່ຖືກເສຍຫາຍ 0,05 ເຮັກຕາ ບ້ານນາ ໜອກ ມີ 1 ຄອບຄົວ ເນື້ອທີ່ຖືກຜົນກະທົບ 0,16 ເຮັກຕາ ເນື້ອທີ່ຖືກເສຍຫາຍ 0,05 ເຮັກຕາ ແລະ ບ້ານນາມົນມີ 2 ຄອບຄົວ ເນື້ອທີ່ຖືກຜົນກະທົບ 0,21 ເຮັກຕາ ແລະ ເນື້ອທີ່ຖືກເສຍຫາຍ 0,03 ເຮັກຕາ.

ປະຈຸບັນການລະບາດດັ່ງກ່າວຍັງສືບຕໍ່ທຳລາຍເນື້ອທີ່ການຜະລິດຂອງປະຊາຊົນເປັນບໍລິເວນກວ້າງຈາກສະພາບການດັ່ງກ່າວເມື່ອບໍ່ດົນມານີ້ຄະນະນຳຂອງເມືອງໄດ້ລົງຕິດຕາມກວດກາພ້ອມໃຫ້ຄຳແນະນຳ ແລະວິທີການແກ້ໄຂເບື້ອງຕົ້ນແກ່ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບ ເຊິ່ງນຳພາໂດຍທ່ານ ກາວີ ເກດດົມລິ ເຈົ້າເມືອງທົ່ງມີໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຊິ່ງທ່ານເຈົ້າເມືອງໄດ້ຊີ້ນຳໃຫ້ບັນດາຂະແໜງການຂອງເມືອງ ໂດຍສະເພາະຫ້ອງການກະສິກຳ ແລະປ່າໄມ້ເອົາໃຈໃສ່ສົມທົບກັບອໍານາດການປົກຄອງບ້ານ ແລະປະຊາຊົນໃຫ້ຮີບຮ້ອນສົ່ງວິຊາການລົງຕິດຕາມແກ້ໄຂ້ການລະບາດຂອງແມງໄມ້ສັດຕູພືດທີ່ທຳລາຍເຂົ້ານາຂອງປະຊາຊົນເພື່ອບໍ່ໃຫ້ມີການລະບາດອອກໄປສູ່ວົງກ້ວາງຕື່ມອີກ.