ໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນຫຼວງພະບາງ ປີນີ້ມີຄວາມຄຶກຄື້ນທັງເປັນລະບຽບຮຽບຮ້ອຍ

ຕອນເຊົ້າວັນທີ່ 13 ກັນຍານີ້, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານໂລະລາດ ຫຼືລົງຕະຫຼາດນັດແບບມວນຊົນໂອກາດບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2566 ຄສ 2023 ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ງານໂລະລາດ ຫຼືລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂື້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກພະແນກໂຍທາທິການ ແລະຂົນສົ່ງແຂວງ, ໂດຍມີບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍເປັນຕົ້ນເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼືເຂົ້າປະດັບດີນ. ເຊີງງານໂລະລາດເປັນປະເພນີໜື່ງທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸລັກປົກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນທີ່ໄດ້ສືບທອດກັນມາເຫິງນານໃນປີນີ້ອົງການປົກຄອງນະຄອນຫຼວງພະບາງໄດ້ປຸກລະດົມໃຫ້ປະຊາຊົນນຳເອົາສີນຄ້າມາວາງຂາຍໃຫ້ຫຼາຍທັງໄດ້ມີການຄຸ້ມຄອງ ແລະຈັດສັນໃຫ້ເປັນລະບຽບຮຽບຮ້ອຍ. ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການໂລະລາດຢູ່ຫຼວງພະບາງ ໃນປີໜື່ງຈະມີ 2 ຄັ້ງຄືບຸນປີໃໝ່ລາວ ແລະບຸນຫໍ່ເຂົ້າປະດັບດີນເພື່ອໃຫ້ງານໂລະລາດມີຄວາມເປັນລະບຽບຮຽບຮ້ອຍຄະນະຮັບຜິດຊອບໄດ້ປຸກລະດົມໃຫ້ຊາວຄ້າຂາຍນຳເອົາສີນຄ້າມາວາງຂາຍທັງຈັດສັນໃຫ້ມີຄວາມເປັນລະບຽບ.

ພາຍຫຼັງສຳເລັດການໂລະລາດປະຊາຊົນບັນດາເຜົ່າຈະໄດ້ກະກຽມເຄື່ອງວັດຖຸທານເປັນຕົ້ນເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ, ສ່ວນວັນທີ່ 26 ກົງກັບມື້ແຮມ 14 ຄໍ່າ ກົງກັບວັນທີ່ 14 ກັນຍາ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ້ມແຕ່ຕອນເຊົ້າ ເວລາ 5 ໂມງ ການນຳພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ.