ຄຶກຄື້ນ ງານບຸນຊ່ວງເຮືອຫຼວງພະບາງ

ນະຄອນຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະເພນີປະຈໍາປີ 2023 ຂຶ້ນວັນທີ 14 ກັນຍານີ້ ໃຫ້ກຽດເຂົ້າຊົມມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ, ມວນຊົນທັງພາຍໃນ ແລະຕ່າງປະເທດ.

ພິທີເລີ່ມແຕ່ຕອນເຊົ້າໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ, ແຂກທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນໃສ່ບາດຖວາຍສັງຄະທານ ແລະປະກອບພິທີທາງສາສະໜາ, ຈາກນັ້ນໄດ້ເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າຮ່ວມຢູ່ສາຍນໍ້າຄານເຂດທ່າປ່າເຝືອນ ຫາປາກນໍ້າຄານ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ ສັດຕະວັດທີ 19 ໂດຍແມ່ນເຈົ້າມັນທາຕຸລາດກະສັດປົກຄອງອານາຈັກລາວລ້ານຊ້າງຫລວງພະບາງເປັນຜູ້ລິເລີ່ມ ແລະໄດ້ຮັບການສືບທອດມາເຖີງປະຈຸບັນເປັນການສະແດງເຖີງພາລະກຳລັງຄວາມສາມັກຄີ ແລະບົດຮຽນ-ປະສົບການ ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ເປັນເຈົ້າປົກປັກຮັກສາຊາວຫຼວງພະບາງ ແລະປົກປັກຮັກສາບ້ານເມືອງໃຫ້ມີຄວາມຈະເລີນຮຸ້ງເຮືອງ ແລະຢູ່ເຢັນເປັນສຸກຕະຫລອດໄປ. ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກປີນີ້ມີເຮືອຊ່ວງປະເພນີຈາກບ້ານຕ່າງໆພາຍໃນນະຄອນຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ເຂົ້າຮ່ວມທັງໝົດ 22 ລໍາ, ໂອກາດນີ້ທ່ານໄດ້ຮຽກຮ້ອງໃຫ້ຫົວໜ້າສີພາຍເຮືອຊ່ວງ ແລະຄະນະກຳມະການ ພ້ອມກັນປະຕິບັດລະບຽບຂອງການແຂ່ງຂັນໃຫ້ເຂັ້ມງວດເພື່ອເຮັດໃຫ້ບຸນຊ່ວງເຮືອປີນີ້ມີບັນຍາກາດເບີກບານມ່ວນຊື່ນ ແລະຮັກສາໄດ້ຮີດຄອງປະເພນີອັນດີງາມ.

ພາຍຫຼັງເປີດພິທີຢ່າງເປັນທາງການໄດ້ເລີ້ມການແຂ່ງຂັນຕາມຕາຕະລາຄາດຄູ່ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບເສຍສອງຄັ້ງແລ້ວຂັດອອກພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜື່ງແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈື່ງສຳເລັດ.
ທີ່ມາ: ວສລ