ລົງນາມ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນລະຫວ່າງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ອົງການແຄຣ ນານາຊາດ ປະ ຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ ນີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຮ່ວມລົງນາມຄັ້ງນີ້ມີ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຕາງໜ້າກະຊວງ ຖວທ ແລະ ທ່ານນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການ ອົງການແຄຣ ນານາຊາດປະຈຳ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານນາງ ຫົງນະພາ ພົມມະບຸດ ຫົວໜ້າໂຄງການ ອົງການແຄຣ ນານາຊາດປະຈໍາ ສປປ ລາວ ໄດ້ລາຍງານຄວາມເປັນມາຂອງໂຄງການວ່າ: ເພື່ອຊຸກຍູ້ການມີສ່ວນ ຮ່ວມຂອງນັກຂ່າວຂອງລາວ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມໃນໄລຍະ 4 ປີຂ້າງໜ້າ ໂດຍພະຍາຍາມສຸມໃສ່ພື້ນທີ່ເປົ້າໝາຍຢູ່ 3 ແຂວງໃນ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ, ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ, ໂຄງການນີ້ຈະສ້າງຄວາມເຂັ້ມແຂງໃຫ້ແກ່ນັກຂ່າວຍິງ ແລະ ຊາຍ 795 ຄົນ, ເຊິ່ງຕາງໜ້າໃຫ້ບັນດາພາກເໜືອ, ພາກກາງ ແລະ ພາກໃຕ້ ແລະ 5.360 ຄົນຈາກອົງການຈັດຕັ້ງທາງສັງຄົມ ລວມທັງອົງ ການຈັດຕັ້ງຂັ້ນຊຸມຊົນ ແລະ ໄວໜຸ່ມ, ດ້ວຍການຍົກລະດັບທັກສະວິຊາຊີບ ແລະ ຄວາມສາມາດດ້ານດີຈີຕອນ, ເຄື່ອງມື, ເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນ ແລະ ການຜະລິດເນື້ອໃນສື່ມວນຊົນຂໍ້ມູນຂ່າວສານ ໂດຍການສົ່ງເສີມການລາຍງານທີ່ມີຄວາມຮັບ ຜິດຊອບ ແລະ ເປັນມືອາຊີບກ່ຽວກັບບັນຫາການພັດທະນາແບບຍືນຍົງ.

 

ຈຸດປະສົງຫຼັກຂອງໂຄງການ ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວ ສານ ແລະ ປົກປ້ອງສິດເສລີພາບຂັ້ນພື້ນຖານ ໂດຍສອດຄ່ອງກັບກົດໝາຍແຫ່ງ ຊາດ ແລະ ສົນທິສັນຍາສາກົນ ດັ່ງທີ່ໄດ້ລະບຸໄວ້ໃນສົນທິສັນຍາເປົ້າໝາຍການພັດທະນາແບບຍືນຍົງ 16.10, ສິ່ງສຳຄັນທີ່ສຸດຂອງໂຄງການນີ້ ແມ່ນຈະສົ່ງເສີມຄວາມຮ່ວມມືກັບຄູ່ຮ່ວມພັດທະນາເຊັ່ນ: ກົມສື່ມວນຊົນກະຊວງ ຖວທ, ເຊິ່ງຕາງໜ້າໂດຍສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ລວມມູນຄ່າສະເລ່ຍທັງ ໝົດ 1.026.887 ເອີໂຣ, ໂຄງການດັ່ງກ່າວຈະໄດ້ຈັດ ຕັ້ງປະຕິບັດໄປຈົນເຖິງເດືອນກຸມພາ 2027 ໂດຍການເຮັດວຽກຢ່າງໃກ້ຊິດກັບກະຊວງ ຖວທ, ກົມແຜນການ ແລະ ການຮ່ວມມືສາກົນ, ກົມສື່ມວນຊົນ ຊຶ່ງກົມສື່ມວນຊົນກະຊວງ ຖວທ ຈະເປັນຜູ້ນຳພາ ແລະ ຜັກດັນຢູ່ເບື້ອງຫຼັງໃນການວາງແຜນ, ດຳ ເນີນການ ແລະ ຕິດ ຕາມກິດຈະກຳທີ່ຫຼາກຫຼາຍຂອງໂຄງການ.

 

ທີ່ມາ: ປະຊາຊົນ