ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະຈີນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ 77 ແລະ ຈີນ ຊຶ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງ ຊາດຂອງ ສ ກູບາ ໃນວັນທີ 15-16 ກັນຍາ 2023 ນີ້ ພາຍໃຕ້ຫົວຂໍ້: ບັນດາສິ່ງທ້າທາຍໃນການພັດທະນາໃນປະຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ,ພາຍຫຼັງສຳເລັດການຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການກ່ອນໜ້ານີ້.

ກອງປະຊຸມສຸດຍອດດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ກັນຍາ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ມີເກັນດີເອັດສ-ກາແນນເບີມູເດັດສ ປະ ທານປະເທດ ແຫ່ງ ສ ກູບາ ໃນນາມປະທານຂອງກຸ່ມ 77 ແລະ ຈີນ ໃນປີ 2023 ແລະ ມີຜູ້ນໍາຂັ້ນສູງຈາກບັນດາປະເທດສະມາຊິກຂອງກຸ່ມ, ເລຂາທິການໃຫຍ່ອົງ ການສະຫະປະຊາຊາດ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງຟົດຟື້ນ.

ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະແລກປ່ຽນບົດຮຽນກ່ຽວກັບການພັດທະນາ ແລະການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳເຂົ້າໃນການພັດ ທະນາ ແລະ ແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ພ້ອມທັງຢໍ້າຄືນຄວາມໝາຍໝັ້ນ, ຄວາມສາມັກຄີເປັນປຶກແຜ່ນກໍຄືຫຼັກການລວມຂອງກຸ່ມ 77 ແລະຈີນ ທີ່ເປັນກຸ່ມລະຫວ່າງລັດຖະບານທີ່ໃຫຍ່ທີ່ສຸດຂອງປະເທດກຳລັງພັດທະນາໃນທົ່ວໂລກໃນລະບົບອົງການສະຫະປະຊາຊາດ (ສປຊ).

ໃນພາກພິທີເປີດກອງປະຊຸມ ແລະ ພາກອະພິປາຍທົ່ວໄປ ວັນທີ 15 ກັນຍາ, ປະທານກອງປະຊຸມ ແລະ ບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນລວມທັງທ່ານເລຂາທິການໃຫຍ່ອົງການ ສປຊ ອັນໂຕນີໂອ ກູເຕເຣັສ ໄດ້ກ່າວປາໄສ ໂດຍມີເນື້ອໃນສຳຄັນທີ່ຍົກໃຫ້ເຫັນບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນເປັນຂໍກຸນແຈອັນສຳຄັນໜຶ່ງໃນການຄົ້ນຫາຕົ້ນຕໍຂອງບັນຫາ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ, ເຊິ່ງໄດ້ກົດໜ່ວງທ່ວງດຶງການພັດທະນາຂອງສາກົນກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ພ້ອມທັງໄດ້ເນັ້ນເຖິງບົດບາດສໍາຄັນຂອງກຸ່ມ 77 ແລະຈີນ ໃນການສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ ແລະການປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດກຳລັງພັດທະນາ ໃນເວທີພາກພື້ນ ແລະສາກົນ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ກໍຄືປະຊາຊົນ ສ ກູບາ ໃນນາມປະທານກຸ່ມ 77 ແລະ ຈີນ ກໍຄືປະເທດເຈົ້າພາບກອງປະຊຸມ ພ້ອມທັງໄດ້ຕີ ລາຄາການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາ ໃນໄລຍະກາງສະໄໝ ຊຶ່ງເຫັນວ່າປະເທດກຳລັງພັດທະນາໄດ້ຕົກຢູ່ໃນສະພາບເສດຖະກິດທີ່ຖົດຖອຍ, ມີຄວາມຄືບໜ້າຊ້າແລະມີທ່າອ່ຽງທີ່ຈະບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະຮຽກຮ້ອງໃຫ້ຊອກຫາແນວທາງ ແລະວິທີການແບບໃໝ່ເພື່ອຟື້ນຟູສະພາບເສດຖະກິດ-ສັງຄົມທີ່ໄດ້ຮັບຜົນກະທົບຈາກວິກິດການດ້ານຕ່າງໆແລະສືບຕໍ່ສ້າງຄວາມເຂັ້ມແຂງໂດຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເພື່ອພັກດັນການຫັນປ່ຽນແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະການພັດທະນາສາກົນ, ລວມທັງເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີຄວາມຄືບໜ້າ ແລະສຳເລັດຕາມຄາດໝາຍ.ພ້ອມດຽວກັນນີ້, ທ່ານປະທານປະເທດ ໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ: ລັດຖະບານສປປລາວໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ບົດບາດຂອງວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳໃນການແກ້ໄຂສິ່ງທ້າທາຍຕ່າງໆແລະສົ່ງເສີມການພັດທະນາປະເທດຕາມທິດການເຕີບໂຕສີຂຽວແລະເສດຖະກິດດີຈີຕອນ ໂດຍໄດ້ວາງວິໄສທັດແລະຍຸດທະສາດການພັດທະນາເສດຖະກິດດີຈີຕອນແລະ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນແລະປະເທດຕ່າງໆໃນພາກພື້ນເພື່ອແລກ ປ່ຽນບົດຮຽນແລະຖ່າຍທອດເຕັກໂນໂລຊີລວມທັງໃນຂອບການຮ່ວມມືໃຕ້-ໃຕ້, ອາຊຽນ ແລະອື່ນໆ. ພ້ອມກັນນັ້ນ, ຍັງເນັ້ນເຖິງຄວາມຕ້ອງການການສະໜັບສະໜູນແລະການຮ່ວມມືໃນການພັດທະນາຂະແໜງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳໃຫ້ຫຼາຍຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ ແລະຊັບພະຍາກອນມະນຸດໃນຂະແໜງເຫຼົ່ານີ້ກໍຄືການຮັດແໜ້ນການຮ່ວມມືໃນຂອບໃຕ້-ໃຕ້ແລະຂອບສາມຝ່າຍໃນການແລກປ່ຽນບົດຮຽນ, ຖ່າຍທອດເຕັກນິກ ແລະເຕັກໂນໂລຊີທີ່ແທດເໝາະກັບສະພາບເງື່ອນໄຂຂອງແຕ່ລະປະເທດ ແລະການສົ່ງເສີມການລົງທຶນໃສ່ການຄົ້ນຄວ້າແລະພັດທະນາວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳແນໃສ່ຊຸກຍູ້ການພັດທະນາແບບຍືນຍົງພາຍໃນແຕ່ລະປະເທດໃຫ້ດີຂຶ້ນໄປເລື້ອຍໆ ໂດຍສະເໜີໃຫ້ມີການສ້າງກົນໄກຮ່ວມມື ແລະມີຂໍ້ລິເລີ່ມທີ່ເປັນທ່າແຮງໃນການສົ່ງເສີມຄວາມເຂັ້ມແຂງ ແລະຊ່ວຍຊຸກຍູ້, ເຊິ່ງກັນແລະກັນ ລະຫວ່າງບັນດາປະເທດກຳລັງພັດທະນາດ້ວຍກັນໃຫ້ມີການຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ວິທະຍາ ສາດແລະເຕັກໂນໂລຊີ ແລະ ນະວັດຕະກຳເພື່ອໃຫ້ກາຍເປັນກົງຈັກຂັບເຄື່ອນການພັດທະນາແບບຍືນຍົງຢ່າງເປັນຮູບປະທຳຫຼາຍກວ່າເກົ່າ.

ນອກຈາກນັ້ນ, ກໍເຫັນວ່າທ່າອ່ຽງໃນການນໍາໃຊ້ມາດຕະການປົກປ້ອງ ແລະບີບບັງຄັບຝ່າຍດຽວນັບມື້ນັບເພີ່ມຂຶ້ນ, ເຊິ່ງເປັນປັດໄຈທີ່ທຳລາຍລະບົບການຄ້າຫຼາຍຝ່າຍ ໃນຂະນະທີ່ບັນດາປະເທດກຳລັງພັດທະນາຍັງມີຄວາມຕ້ອງການຮັກສາສິດທິພິເສດ ແລະການປະຕິບັດແບບພິເສດທາງດ້ານການຄ້າເພື່ອຊຸກຍູ້ການພັດທະນາປະເທດຂອງຕົນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງສືບຕໍ່ຮຽກຮ້ອງໃຫ້ຢຸດຕິໂດຍທັນທີ ການຂວ້າບາດດ້ານເສດຖະກິດຕໍ່ສາທາລະນະລັດ ກູບາ ແລະເຫັນວ່າການຂວໍ້າບາດມີແຕ່ຈະນຳໄປສູ່ຄວາມເສຍຫາຍ ແລະຜົນກະທົບທາງລົບຕໍ່ປະຊາຊົນຜູ້ບໍລິສຸດ ແລະສ້າງຄວາມແຕກແຍກລະຫວ່າງຊາດໃຫ້ນັບມື້ນັບຫຼາຍຂຶ້ນ. ໃນຕອນທ້າຍ,ທ່ານປະທານປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືກັບ ບັນດາສະມາຊິກກຸ່ມ 77 ແລະ ຈີນ ກໍຄືທຸກໆປະເທດໃນໂລກໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງ ແລະສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດຄັ້ງນີ້, ໄດ້ຮັບຮອງເອົາຖະແຫຼງການລາຮາວານເພື່ອເປັນບ່ອນອີງໃຫ້ແກ່ປະເທດສະມາຊິກໃນການສືບຕໍ່ການຮ່ວມມືເພື່ອການພັດທະນາ, ແລກ ປ່ຽນເຊິ່ງກັນ ແລະກັນລວມທັງຈຳກັດສິ່ງກີດຂວາງຕ່າງໆ ໃນການເຂົ້າເຖິງ ແລະນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳເພື່ອເຮັດໃຫ້ທຸກໆປະເທດ ໂດຍສະເພາະປະເທດກຳລັງພັດທະນາສາມາດນຳໃຊ້ຄວາມຮູ້ ແລະເຕັກນິກວິຊາການໃນຂະ ແໜງການດັ່ງກ່າວ ເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ແລະ ປະກອບສ່ວນເຂົ້າໃນການພັດທະນາ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ກອງປະຊຸມໄດ້ຕົກລົງເຫັນດີກຳ ນົດເອົາວັນທີ 16 ກັນຍາ ຂອງທຸກປີເປັນວັນວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳຂອງປະເທດກໍາລັງພັດທະນາ.

ກຸ່ມ 77 ແລະຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 1964, ໂດຍປະເທດກໍາລັງພັດທະນາ 77 ປະເທດ,ພາຍໃຕ້ຖະແຫຼງການຮ່ວມຂອງປະເທດກຳລັງພັດທະນາ 77 ປະເທດທີ່ ເຊີແນວສະວິດ, ໂດຍມີເປົ້າໝາຍໃນການເຕົ້າໂຮມກຳລັງແຮງເປັນອັນໜຶ່ງອັນດຽວເພື່ອພ້ອມກັນຕໍ່ສູ້ ແລະປົກປ້ອງຜົນປະໂຫຍດຂອງປະເທດກຳລັງພັດທະນາໃນດ້ານເສດຖະກິດ ແລະສົ່ງເສີມການຮ່ວມມືໃຕ້-ໃຕ້ ໃນເວທີສະຫະປະຊາຊາດ. ໂດຍເຫັນໄດ້ເຖິງຄວາມສຳຄັນຂອງກຸ່ມ, ບັນດາປະເທດກຳລັງພັດທະນາໄດ້ສະໝັກເຂົ້າເປັນສະມາຊິກຂອງກຸ່ມນັບມື້ນັບເພີ່ມຂຶ້ນ ແລະ ໃນປັດຈຸບັນ ມີສະມາຊິກເຖິງ 134 ປະເທດເຖິງວ່າຈຳນວນປະເທດສະມາຊິກໄດ້ເພີ່ມຂຶ້ນແຕ່ຊື່ເດີມໃນເວລາກໍ່ຕັ້ງກຸ່ມຍັງຖືກຮັກສາໄວ້ຄືເກົ່າ ຄື: ກຸ່ມ 77ແລະ ຈີນ

(ຂ່າວ: ກະຊວງການຕ່າງປະເທດ)