ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ: ຫວັງວ່າ ຫົວເຫວີຍ ຈະມີສ່ວນຮ່ວມຢ່າງເລິກເຊິ່ງໃນການຫັນເປັນດິຈິຕອນຂອງລາວ

ວັນທີ 17 ກັນຍາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ແລະ ໄດ້ໄປຢ້ຽມຢາມຫໍວາງສະແດງຫົວເຫວີຍ ເພື່ອຊົມຜົນສຳເລັດດ້ານເຕັກໂນໂລຊີອັນໃໝ່ຂອງຫົວເຫວີຍ, ແລະ ໄດ້ພົບປະກັບ ທ່ານ ຮົວ ຈື່ເໝິງ ຜູ້ບໍລິຫານ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ.
 
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຫັນເປັນດີຈີຕອນແມ່ນພາລະກິດອັນສຳຄັນຂອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງລາວ ຍັງເປັນຍຸດທະສາດທີ່ສຳຄັນຂອງປະເທດລາວ. ທ່ານຍັງໄດ້ກ່າວເຖິງການພັດທະນາທາງດ້ານເຕັກໂນໂລຊີອັນໄວຂອງ ຫົວເຫວີຍ ແລະ ເປັນຜູ້ນຳທາງດ້ານເຕັກໂນໂລຊີໃນທົ່ວໂລກ. ຫວັງວ່າ ຫົວເຫວີຍ ຈະເຮັດວຽກຢ່າງໃກ້ຊິດກັບກະຊວງເຕັກໂນໂລຊີ ແລະ ການສື່ສານຂອງລາວ ເພື່ອມີສ່ວນຮ່ວມຢ່າງເລິກເຊິ່ງໃນການຫັນເປັນດິຈິຕອນໃນປະເທດລາວ.
 
ທ່ານ ຮົວ ຈື່ເໝິງ ຜູ້ບໍລິຫານ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ. ກ່າວວ່າ: ຫົວເຫວີຍ ຢືນຢັນ ແລະ ຍຶດໜັ້ນໃນອຸດົມຄະຕິທີ່ວ່າ “ໃນລາວ, ເພື່ອລາວ”, ຫົວເຫວີຍ ມີຄວາມສາມາດ ແລະ ມີຄວາມພ້ອມທີ່ຈະຮ່ວມມືປະຕິບັດຍຸດທະສາດການຫັນເປັນດິຈິຕອນ ແລະ ກາຍເປັນຜູ້ມີບົດບາດສໍາຄັນໃນການພັດທະນາເສດຖະກິດດິຈິຕອນຂອງລາວ, ລວມທັງການກໍ່ສ້າງທາງດ້ານດິຈິຕອນ, ໂຄງລ່າງພື້ນຖານເສດຖະກິດເຊັ່ນ 5G, ການຫັນເປັນດິຈິຕອນ ແລະ ປະກອບສ່ວນເຂົ້າໃນການຫັນເປັນກາກບອນຕ່ຳຂອງອຸດສາຫະກໍາຕ່າງໆ.