ສະເໜີເວັບໄຊມາດຕະຖານການທ່ອງທ່ຽວໃນລາວ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດງານສະເໜີໂຕເວັບໄຊມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ ໃນວັນທີ 15 ກັນຍາ 2023 ທີ່ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານງານດັ່ງກ່າວໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ. ນອກຈາກນີ້, ຍັງມີບັນດາທູດຕະນຸທູດຈາກປະເທດສະມາຊິກອາຊຽນ, ຄະນະກຳມະການມາດຕະຖານການທ່ອງທ່ຽວ ແລະ ພາກສ່ວນທີກ່ຽວຂ້ອງທັງພາກລັດ ແລະພາກທຸລະກິດຈຳນວນ 100 ກ່າວທ່ານເຂົ້າຮ່ວມ.

ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອສະເໜີເວັບໄຊມາດຕະຖານການທ່ອງທ່ຽວອາຊຽນ www.tourismstandards.la ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນຫຼາຍລາງວັນສົມຄວນ ໃນໄລຍະຜ່ານມາ ປະກອບມີ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ເຊັ່ນ: ມາດຕະຖານໂຮງແຮມຂຽວອາຊຽນ; ມາດຕະຖານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມອາຊຽນ; ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ; ມາດຕະຖານເມືອງທ່ຽວສະອາດອາຊຽນ; ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ; ມາດຕະຖານການບໍລິການສະປາອາຊຽນ; ມາດຕະຖານສະຖານທີ່ຈັດງານອາຊຽນ; ແລະລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.

ນອກຈາກນີ້, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຫລື ຖວທ ຍັງໄດ້ພັດທະນາມາດຕະຖານການທ່ອງທ່ຽວແຫ່ງຊາດລາວຂຶ້ນມາຕື່ມອີກ ທັ້ງນີ້ກໍເພື່ອເປັນການພັດທະນາ ແລະສົ່ງເສີມການທ່ອງທ່ຽວລາວໃຫ້ໄດ້ຄຸນນະພາບ, ມີມາດຕະຖານທີ່ດີ ແລະສາມາດເຊື່ອມໂຍງກັບພາກພື້ນອາຊຽນໄດ້ຢ່າງມີປະສິດທິພາບ.

ງານສະເໜີໂຕມາດຕະຖານການທ່ອງທ່ຽວໃນຄັ້ງນີ້ຖືວ່າເປັນໂອກາດທີ່ດີ ແລະມີຄວາມໝາຍຄວາມສຳຄັນຢ່າງຍິ່ງທີ່ໄດ້ເປີດກວ້າງໃຫ້ພາກສ່ວນຕ່າງໆສາມາດເຂົ້າເຖິງຂໍ້ມູນ-ຂ່າວສານກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງສະດວກ, ວ່ອງໄວ ແລະສາມາດຍົກລະດັບຄຸນນະພາບການທ່ອງທ່ຽວຂອງຕົນໃຫ້ໄດ້ມາດຕະຖານແຫ່ງຊາດ, ມາດຕະຖານອາຊຽນ ແລະມາດຕະຖານສາກົນຕາມລຳດັບ.