ໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດ ລາດຕະເວນທາງນໍ້າຕາມຊາຍແດນຮ່ວມ ລາວ-ໄທ

ເມື່ອບໍ່ດົນມານີ້, ໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດປະຈຳແຂວງບໍລິຄຳໄຊ ໄດ້ອອກກວດກາລາດຕະເວນທາງນໍ້າຝ່າຍດຽວລວມໄລຍະທາງເຄື່ອນໄຫວລາດຕະເວນປະມານ 100 ກິໂລແມັດ ເຊິ່ງແບ່ງເປັນ 2 ໄລຍະຄື: ຈຸດທີ 1 ແຕ່ປ້ອມກອງຮ້ອຍທະຫານຊາຍແດນ 255 ເຂດສວນຢາງພາລາ ບ້ານທ່ານາ ເມືອງປາກຊັນ ຫາ ດ່ານປະເພນີ ບ້ານ ປາກກະດິງໃຕ້ ເມືອງປາກກະດີງ ແລະ ຈຸດທີ 2 ແຕ່ປ້ອມກອງຮ້ອຍທະຫານຊາຍແດນ 255 ເຂດສວນຢາງພາລາ ບ້ານທ່ານາ ຫາ ດ່ານສາກົນ ປາກຊັນ ແຂວງ ບໍລິຄຳໄຊ ໂດຍອີງຕາມການປະສານສົມທົບລະຫວ່າງໜ່ວຍງານປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ກັບຫ້ອງການປະສານງານຊາຍແດນຕ້ານອາຊະຍາກຳຂ້າມຊາດ(BLO).

ການລາດຕະເວນທາງນໍ້າ ຄັ້ງນີ້, ນຳໂດຍທ່ານ ພັອ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງຫົວໜ້າໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດ ແຂວງບໍລິຄຳໄຊ ແລະ ທ່ານ ແສງເດືອນ ໂພມະວົງສາ ຕາງໜ້າໃຫ້ແກ່ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະອາຊະຍາກຳ ປະຈຳ ສປປ ລາວ ແລະ ຫ້ອງການພາກພື້ນອາຊີປາຊີຟິກ (UNODC) ພ້ອມດ້ວຍຄະນະ ແລະກອງເລຂາເຂົ້າຮ່ວມ.
ຂ່າວ: ອານຸສົງ