ນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມ ສະ ຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 ປີ; ທັງເປັນປີທໍາອິດຂອງການຍົກລະດັບການເຈລະຈາເຂດການຄ້າເສລີອາຊຽນ-ຈີນ ສະບັບທີ 3.

ນັບແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ບໍ່ພຽງແຕ່ເປັນກົນໄກໜຶ່ງທີ່ຈັດຂຶ້ນເປັນປະຈໍາທຸກປີ ທີ່ມີຄວາມສໍາຄັນຕໍ່ພາກທຸລະກິດລະຫວ່າງ ອາຊຽນ-ຈີນ ເທົ່ານັ້ນ ແຕ່ຍັງເປັນເວທີເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ເພື່ອສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນ ກໍຍັງເປັນການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງພາກພື້ນ ໃຫ້ນັບມື້ເພີ່ມທະວີຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວເປີດພິທີງານວາງສະແດງຢ່າງເປັນທາງການໂດຍໄດ້ກ່າວບາງຕອນສໍາຄັນຕໍ່ທິດທາງການຮ່ວມມືລະຫວ່າງຈີນ ແລະອາຊຽນ ໃຫ້ມີຄວາມສະໜິດສະໜົມຮັກແພງຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ແລະຮ່ວມມືກັນຍາວນານເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄືລະບົບ ແລະປັດໄຈການຜະລິດ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງງານວາງ ສະແດງສິນຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນໄລຍະ 19 ປີຜ່ານມາ, ລວມທັງ ການພົວພັນຮ່ວມມືລະຫວ່າງ ອາ ຊຽນ-ຈີນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ອາຊຽນໄດ້ຜະເຊີນກັບຄວາມຫຍຸ້ງຍາກຕ່າງໆເປັນຕົ້ນ ການແຜ່ລະບາດພະຍາດໂຄວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງທັນການ, ພ້ອມທັງ ໄດ້ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດ ເຊື່ອມໂຍງ ພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອສ້າງໃຫ້ມີຄວາມກົມກຽວ, ບໍ່ວ່າຈະເປັນການຈັດ ຕັ້ງປະຕິບັດ ຖະແຫລງການຮ່ວມອາຊຽນ-ຈີນ ກ່ຽວກັບການເຊື່ອມສານແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025; ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ຂອບການຟື້ນຟູຮອບດ້ານອາຊຽນ, ສັນຍາເສດຖະກິດຮອບດ້ານລະດັບພາກພື້ນ ຫລື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນປີ 2022 ຜ່ານມາ. ພ້ອມດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ນອກຈາກເຂົ້າຮ່ວມພີທີເປີດງານດັ່ງກ່າວແລ້ວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຊົມບັນດາຫ້າງຮ້ານຂາຍສິນຄ້າຈາກຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ນໍາມາວາງສະແດງໃນງານເທື່ອນີ້ລວມທັງຫ້າງຮ້ານທີ່ມີຫລາກຫລາຍຜະລິດຕະພັນຂອງ ສປປ ລາວ. ພ້ອມດຽວກັນນັ້ນກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເຊັນສັນຍາລະຫວ່າງ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າກະສິກໍາ ກັບກຸ່ມບໍລິສັດຢຸນນານຮົວມານຊຽງ ພັດທະນາກະສິກໍາ, ກຸ່ມບໍລິສັດກວາງຊີຈີນຊູຍກະສິກໍາ, ກຸ່ມບໍລິສັດ ຈົງອີ ລົງທຶນສາກົນ; ເຂົ້າຮ່ວມພິທີເປີດຫໍວາງສະແດງສິນຄ້າຂອງລາວ; ເຂົ້າຮ່ວມ ແລະ ມີຄໍາເຫັນກ່າວປາໄສຕໍ່ ກອງປະຊຸມຜູ້ນໍາທຸລະກິດອາຊຽນ-ຈີນ; ພ້ອມທັງໄດ້ພົບປະກັບທ່ານປະທານ ບໍລິສັດ China Communications Construction ແລະທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນເພື່ອແລກປ່ຽນບາງບັນຫາທີ່ມີຄວາມສົນໃຈຮ່ວມກັນຕື່ມອີກ.


ຂ່າວ-ພາບ: ສນຍ