ເດັກຂາດສານອາຫານ ຢູ່ແຂວງເຊກອງມີທ່າອ່ຽງຫຼຸດລົງ

ອີງຕາມຂໍ້ມູນບົດລາຍງານ 6 ເດືອນຕົ້ນປີ 2023 ຈາກຄະນະກຳມະການໂພຊະນາການພະແນກສາທາລະນະສຸກແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ເອົາໃຈໃສ່ແກ້ໄຂບັນຫາທາງດ້ານໂພຊະນາການ, ແຕ່ເຖິງຢ່າງໃດກໍ່ຕາມການຂາດສານອາຫານກໍ່ຍັງສືບຕໍ່ເປັນບັນຫາທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ການລົງທຶນໃສ່ດ້ານໂພຊະນາການແມ່ນຕ້ອງໄດ້ເພີ່ມຂຶ້ນຊຶ່ງຈະເຮັດໜ້າທີ່ສໍາຄັນໃນການບັນລຸເປົ້າໝາຍຕ່າງໆ 2 ຕົວຊີ້ບອກ ທາງດ້ານໂພຊະນາການ ທີ່ສະພາຮັບຮອງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ຂໍ້ມູນໃຫ້ຮູ້ຕື່ມວ່າ: 11 ຕົວຊີ້ບອກ ທີ່ສະພາຮັບຮອງ ປະຈໍາປີ 2022 ອັດຕາຂາດສານອາຫານໃນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານຂອງປະຊາກອນກຸ່ມເປົ້າໝາຍມີທ່າອ່ຽງຫຼຸດລົງ ຈາກ 34,8% ໃນປີ 2017 ເປັນ 12% ໃນປີ 2023 (ຄາດໝາຍປີ 2023 ແມ່ນ 36%); ອັດຕາຂາດສານອາຫານໃນເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານທ່າອ່ຽງຫຼຸດລົງ ຈາກ 49,9% ໃນປີ 2017 ເປັນ 15% ໃນປີ 2023 (ຄາດໝາຍປີ 2023 ແມ່ນ 40%).

ຂໍ້ມູນການສຳຫລວດ LSIS 1, 2, ໃນ ປີ 2017 ເຫັນວ່າ: ອັດຕາຂາດສານອາຫານໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ອັດຕາສ່ວນຮ້ອຍຂອງການຂາດສານອາຫານແບບລວງສູງບໍ່ໄດ້ມາດຖານ 49,9%, ເປົ້າໝາຍ ປີ 2025 ແມ່ນ 37%; ອັດຕາສ່ວນການຂາດສານອາຫານແບບຈ່ອຍຜອມ ກະທັນຫັນ 9%, ເປົ້າໝາຍ ປີ 2025 ໃຫ້ຕໍ່າກວ່າ 5%; ອັດຕາສ່ວນການຂາດສານອາຫານແບບນໍ້າໜັກຫຼຸດມາດຖານ 34,8%, ເປົ້າໝາຍ ປີ 2025 ແມ່ນ 33%.
ຂ່າວ: ພຸດທະສອນ