ມື້ນີ້ ມີຄົນສັງເກດບໍ່ວ່າ Facebook ປັບໂທນສີເຂັ້ມຂຶ້ນ

Meta ປັບ Brand Identity ຂອງ Facebook ໃໝ່ໃຊ້ສີເຂັ້ມກວ່າເກົ່າ. ພ້ອມຟອນໃຫມ່ທີ່ອອກແບບເອງ - MarketThink

ໃນມື້ນີ້, ຫຼາຍຄົນຜູ້ໃຊ້ງານ Facebook ອາດມີຄວາມຮູ້ສຶກວ່າໂລໂກ້ Facebook ທີ່ເຫັນຢູ່ໃນຫນ້າຈໍໂທລະສັບ ຫຼື ຄອມພິວເຕີຂອງຕົນເອງ ມີການປ່ຽນແປງເລັກນ້ອຍ ເມື່ອບໍ່ດົນມານີ້, Meta ໄດ້ປະກາດວ່າ ໄດ້ມີການປັບປ່ຽນຕົວຕົນຂອງຍີ່ຫໍ້ (Brand Identity) ຂອງ Facebook ໃໝ່.

ໂດຍສິ່ງທີ່ພວກເຮົາເຫັນຄວາມແຕກຕ່າງໃນປັດຈຸບັນ ຈະ​ມີ 4 ສ່ວນ​:

  1. ຕົວອັກສອນ f ຂອງ Facebook ມີການປ່ຽນແປງເລັກນ້ອຍ. ຊຶ່ງມີການປັບໃຊ້ສີຟ້າໃຫມ່. ສົດໃສຫຼາຍຂຶ້ນ ເພື່ອສ້າງຄວາມສົດໃໝ່ ແລະ ສ້າງຄວາມໂດດເດັ່ນ ໃຫ້ກັບໂລໂກຕົວອັກສອນ f ຂອງ Facebook ໃຫ້ຫຼາຍຂຶ້ນກວ່າເກົ່າ.
  2. ໂລໂກຄຳວ່າ Facebook ຖືກປ່ຽນເປັນຟອນໃໝ່. ໂດຍການປ່ຽນເປັນຟອນທີ່ເອີ້ນວ່າ Facebook Sans ຊຶ່ງ Meta ເປັນຜູ້ອອກແບບເອງ ສໍາລັບການໃຊ້ Facebook. ໂດຍສະເພາະເພື່ອໃຫ້ໂລໂກຄໍາາວ່າ Facebook ນັ້ນອ່ານງ່າຍຂຶ້ນ ແລະ ກັບກັບການອອກແບບໃນສ່ວນອື່ນໆ ຂອງເພຣດຟອມ
  3. ສັນຍາລັກຕ່າງໆ ຂອງປຸ່ມ Reaction. ມີການປັບສີສັນ ຂອງປຸ່ມ Reaction ໃຫ້ເຫັນໄດ້ຊັດເຈນກຂຶ້ນກວ່າເກົ່າ. ໃນການສະແດງຜົນ ທຸກຂະຫນາດຂອງຟອນ
  4. ຊຸດສີ (Color Palette) ໄດ້ຮັບການປັບປຸງໃໝ່ ໂດຍຍັງໃຊ້ສີຟ້າ. ທີ່ເປັນເອກະລັກຂອງ Facebook ຍັງຄົງຢູ່ຄືເກົ່າ, ແຕ່ມີການປັບໂທນສີໃຫມ່. ຕັ້ງແຕ່ສີຟ້າອ່ອນ ໄປຈົນເຖິງສີຟ້າເຂັ້ມ ໂດຍເຮົາຈະເຫັນການປ່ຽນແປງໃນການອອກແບບຂອງແພຣດຟອມ Facebook ທີ່ເລີ່ມປ່ຽນໂທນສີ. ໄປໃຊ້ຊຸດສີໃໝ່ ເປັນທີ່ຮຽບຮ້ອຍແລ້ວ.

ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າມັນເບິ່ງຄືວ່າ ການປ່ຽນແປງນີ້ໃນຕົວຕົນຂອງ Facebook ໃນຄັ້ງນີ້ ຈະເຫັນມີການປ່ຽນແປງເລັກນ້ອຍເທົ່ານັ້ນ ແຕ່ Meta ຢືນຢັນວ່າໃນອະນາຄົດພວກເຮົາຈະເຫັນການປ່ຽນແປງອື່ນໆເພີ່ມເຕີມກັບ ແພຣດຟອມ Facebook ອີກໃນອານາຄົດ.