ສັດຕູພືດທໍາລາຍເຂົ້ານາປີຂອງປະຊາຊົນເມືອງສົບເບົາ ເສຍຫາຍ 57 ເຮັກຕາ

ທ່ານ ນາງ ດາວອນ ເພັດສົມພູ ວິຊາການ ຂະແໜງປູກຝັງຫ້ອງການກະສິກໍາ ແລະປ່າໄມ້ເມືອງສົບເບົາ ແຂວງຫົວພັນ ໃຫ້ຮູ້ວ່າ: ເມືອງສົບເບົາ ມີ 67 ບ້ານ ,ມີເນື້ອທີ່ນາທັງໝົດ 1.940 ເຮັກຕາ, ສະມັດຕະພາບໄດ້ 4 ໂຕນຕໍ່ເຮັກຕາ, ໃນໄລຍະຕົ້ນເດືອນ ສິງຫາ ຫາ ຕົ້ນເດືອນກັນຍາ 2023 ນີ້ ໄດ້ເກີດການລະບາດຂອງສັດຕູພືດທໍາລາຍເຂົ້ານາ ຂອງປະຊາຊົນເປັນຕົ້ນແມ່ນ: ບົ້ງຮໍາໃບ , ເພ້ຍໄຟ ຫຼືຢັ່ນ, ມີຈຳນວນ 7 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານໂພນຮັງ, ບ້ານໂພນຊາຍ, ບ້ານໂພນໄຊ, ບ້ານນາໃໝ່, ບ້ານ ນາຊາງ, ບ້ານນາກາ ແລະ ບ້ານໂບ້ ,ມີເນື້ອທີ່ຖືກຜົນກະທົບທັງໝົດປະມານ 57 ເຮັກຕາ,ໃນນີ້ເນື້ອທີ່ນາ ທີ່ຖືກຜົນກະທົບເສຍຫາຍ100%ປະມານ 42ເຮັກຕາ.

ພາຍຫຼັງທີ່ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງສັດຕູພືດທຳລາຍເຂົ້ານາຂອງປະຊາຊົນຫົວໜ້າຄະນະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສົບເບົາ ໄດ້ຮີບຮ້ອນຊີ້ນຳໜ່ວຍງານປູກຝັງລົງສົບທົບອຳນາດການປົກຄອງບ້ານລົງກວດກາພື້ນທີ່ຕົວຈິງ ແລະສົ່ງວິຊາການຂະແໜງປູກຝັງລົງຊ່ວຍເຫຼືອ ປະຊາຊົນພ້ອມທັງມອບຢາ ແລະນຳພາປະຊາຊົນຊີດຢາປາບສັດຕູພືດໄດ້ຈຳນວນ 7 ບ້ານທີ່ມີການລະບາດ, ປະຈຸບັນເຫັນວ່າການລະບາດໄດ້ເບົາບາງລົງແລ້ວ.
ເພື່ອທົດແທນເຂົ້ານາທີ່ຖືກຜົນກະທົບເຊິ່ງບໍ່ສາມາດກູ້ຄືນໄດ້, ຫ້ອງການກະສິກໍາ ແລະປ່າໄມ້ ເມືອງສົບເບົາ ໄດ້ລົງຊຸກຍູ້, ແນະນຳອຳນາດການປົກຄອງບ້ານ, ປະຊາຊົນ ໃຫ້ປູກພືດທົດແທນເປັນຕົ້ນ: ປູກເຂົ້ານາແຊງບ່ອນທີ່ມີນໍ້າສະໜອງພຽງພໍສໍາລັບບ່ອນທີ່ບໍ່ມີນໍ້າພຽງພໍແມ່ນໃຫ້ສຸມໃສ່ການປູກພືດຜັກຕ່າງໆຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ, ແຕ່ລະຄອບຄົວເພື່ອໃຫ້ເປັນສິນຄ້າສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ.